Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຫວຽດນາມຢຽມຢາມສະຫະລັດ ພ້ອມຫາລືເລື່ອງການຄ້າ

ນາຍົກລັດຖະມົນຕີຫວຽດນາມຢຽມຢາມສະຫະລັດ ພ້ອມຫາລືເລື່ອງການຄ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດ ເມື່ອວັນທີ 31 ພຶດສະພາ 2017 ປະທານາທິບໍດີ ໂດນັລ ທຣັມ ຕ້ອນຮັບທ່ານ ຫງຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ທຳນຽບຂາວ ເມື່ອວັນພຸດ ໂດຍທ່ານ ຫງຽນ ຖືເປັນຜູ່ນຳລັດຖະບານຈາກອາຊີຕາເວັນອອກສຽງໃຕ້ຄົນທຳອິດ ທີ່ເດີນທາງໄປຢຽມຢາມນະຄອນຫຼວງ ວໍຊິງຕັນ ຢ່າງເປັນທາງການ ມີລາຍງານວ່າ ຄະນະເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດໃນພາກລັດ ແລະ ເອກະຊົນໄດ້ລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈ (ເອັມໂອຢູ) ຫຼາຍສະບັບທີ່ກ່ຽວກັບການສົ່ງ ເສີມຄວາມຮ່ວມມືທາງການຄ້າ ໂດຍບໍ່ໄດ້ມີການເປີດເຜີຍລາຍລະອຽດຫຍັງຫຼາຍ.

ເຖິງແນວໃດກໍ່ຕາມ ບໍລິສັດ ເຈເນີຣັລ ອີເລັກທຣິກ ເປີດເຜີຍໃນເວລາຕໍ່ມາວ່າໄດ້ລົງນາມໃນຂໍ້ຕົກລົງດ້ານການພັດທະນາເຄື່ອງຍົນສະໜາມບິນ, ການກຳເນີດພະລັງງານ ແລະ ບໍລິການອື່ນໆທີ່ກ່ຽວຂ້ອງ ຮວມມູນຄ່າປະມານ 5,580 ລ້ານໂດລາ ເຊິ່ງມັນໄດ້ສອດຄ່ອງກັບການເປີດເຜີຍຂອງທ່ານນາຍົກລັດຖະມົນຫວຽດນາມ ເຊິ່ງໄດ້ກ່າວກ່ອນອອກເດີນທາງມາທີ່ນະຄອນຫຼວງວໍຊິງຕັນ ວ່າລັດຖະບານ ຮາໂນ່ຍ ແລະ ລັດຖະບານ ວໍຊິງຕັນ ກຽມລົງນາມຮ່ວມກັນໃນຂໍ້ຕົກລົງທີ່ມີເນື້ອໃນກວມເອົາດ້ານບໍລິການ ແລະ ເທັກໂນໂລຍີລະດັບສູງ ເຊິ່ງມີມູນຄ່າລະຫວ່າງ 15,000 – 17,000 ລ້ານໂດລາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...