spot_img
Homeຂ່າວຕ່າງປະເທດຍີ່ປຸ່ນເລີ່ມປ່ອຍນ້ຳເສຍທີ່ມາຈາກໂຮງງານໄຟຟ້າພະລັງງານນິວເຄຼຍ

ຍີ່ປຸ່ນເລີ່ມປ່ອຍນ້ຳເສຍທີ່ມາຈາກໂຮງງານໄຟຟ້າພະລັງງານນິວເຄຼຍ

Published on

ຍີ່ປຸ່ນເລີ່ມປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດແລ້ວຈາກໂຮງງານໄຟຟ້າພະລັງງານນິວເຄຼຍຟຸກຸຊິມະ ລົງສູ່ມະຫາສະມຸດປາຊີຟິກແລ້ວມື້ນີ້.

ໃນວັນທີ 24 ສິງຫາ 2023 ໂຮງໄຟຟ້ານິວເຄຼຍຟຸກຸຊິມະ ໄດອິຈິ ທີ່ປະສົບໄພສຶນາມິໃນ 12 ປີກ່ອນ ເລີ່ມປ່ອນນ້ຳປົນເປື້ອນສານເຄມີກຳມັນຕະພາບລັງສີ ທີ່ຜ່ານການບຳບັດ ແລະ ເຈືອຈາງ ລົງສູ່ມະຫາສະມຸດປາຊີຟິກ.

ຜູ້ບໍລິຫານຂອງບໍລິສັດໂຮງໄຟຟ້າແຫ່ງນີ້ ໄດ້ກ່າວວ່າ ມີການທົດສອບຂັ້ນສຸດທ້າຍຂອງບໍລິສັດໄດ້ຜ່ານມາດຕະຖານຄວາມປອດໄພແລ້ວ ແລະ ເລີ່ມເປີດສະວິດເຄື່ອງສູບນ້ຳໃນເວລາ 13:00 ໂມງ ຕາມເວລາທ້ອງຖິ່ນ ເພື່ອເລີ່ມການປ່ອຍນ້ຳເສຍຈາກໂຮງໄຟຟ້າລົງສູ່ມະຫາສະມຸດ ຜ່ານອຸໂມງໃຕ້ນ້ຳ.

ທັ້ງນີ້ ມີບາງປະເທດກໍຈຳກັດການນຳເຂົ້າອາຫານທະເລຈາກຍີ່ປຸ່ນເປັນທີ່ຮຽບຮ້ອຍ ເຊັ່ນ ຈີນ ຮົງກົງ ແລະ ເກົາຫຼີໃຕ້ ຍ້ອນຄາດວ່າສັດນ້ຳຈະປົນເປື້ອນສານພິດ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...