spot_img
Homeຂ່າວຕ່າງປະເທດຍີ່ປຸ່ນເຕືອນໃຫ້ຫຼຸດເວລາເຮັດວຽກ ກ່ອນວຽກຈະຂ້າຕາຍ ເພາະເຮັດວຽກໂອທີເດືອນໜຶ່ງ 80 ຊົ່ວໂມງ

ຍີ່ປຸ່ນເຕືອນໃຫ້ຫຼຸດເວລາເຮັດວຽກ ກ່ອນວຽກຈະຂ້າຕາຍ ເພາະເຮັດວຽກໂອທີເດືອນໜຶ່ງ 80 ຊົ່ວໂມງ

Published on

ອີງຕາມການລາຍງານຂ່າວຂອງເວບໄຊເດລີ່ເມວ ລາຍງານເມື່ອວັນທີ 10 ຕຸລາວ່າ ລັດຖະບານຍີ່ປຸ່ນມີຄວາມກັງວົນໃຈ ກັບການເສຍຊີວິດຈາກການເຮັດວຽກໜັກເກີນໄປ ຂອງປະຊາກອນໄວເຮັດວຽກໃນປະເທດ ໂດຍ 1 ໃນ 5 ຂອງທຸກບໍລິສັດຍີ່ປຸ່ນ ຈະມີພະນັກງານທີ່ເຮັດວຽກຢ່າງໜັກຕໍ່ເນື່ອງກັນຫຼາຍຊົ່ວໂມງແບບບໍ່ໄດ້ພັກ ເປັນເຫດເຮັດໃຫ້ພະນັກງານເຫຼົ່ານີ້ ສ່ຽງຕໍ່ການເກີດພາວະຄຽດ, ສຸຂະພາບອ່ອນເພຍ ຈົນເຮັດໃຫ້ຂ້າໂຕຕາຍ ໂດຍສະເພາະໃນປີ 2015 ຜ່ານມາ ມີຄົນຍີ່ປຸ່ນຂ້າໂຕຕາຍເພາະຄວາມຄຽດຈາກວຽກຫຼາຍຮອດ 2.159 ຄົນຈຶ່ງຢາກໃຫ້ມະນຸດເງິນເດືອນເຮັດວຽກພໍດີກັບຄວາມສາມາດ ເພື່ອສຸຂະພາບຮ່າງກາຍ

ລາຍງານຍັງເວົ້າວ່າ ແຕ່ກ່ອນຄົນສ່ວນຫຼາຍຈະຄຸ້ນເຄີຍກັບພະນັກງານຢູ່ຍີ່ປຸ່ນເຮັດວຽກໜັກ ແລະຟ້າວໄປສະຖານີ ເພື່ອໃຫ້ທັນລົດໄຟຮອບສຸດທ້າຍ, ແຕ່ດຽວນີ້ ໄດ້ປ່ຽນໄປ ເພາະພະນັກງານບໍລິສັດຍັງນັ່ງເຮັດວຽກ ເຖິງແມ່ນຈະກາຍເວລາກັບບ້ານແລ້ວ ເຮັດໃຫ້ມີຜູ້ທີ່ເສຍຊີວິດຈາກການເຮັດວຽກປີລະຫຼາຍຄົນ. ດ້ວຍເຫດນີ້ລັດຖະມົນຕີຈຶ່ງໄດ້ເຮັດສະຫມຸດປົກຂາວຂຶ້ນ ເພື່ອເປີດເຜີຍຂໍ້ມູນການສຳຫຼວດພຶດຕິກຳການເຮັດວຽກຂອງມະນຸດວ່າ ມີມະນຸດເງິນເດືອນຈະນວນຫຼາຍທີ່ເຮັດວຽກໜັກປະມານ 21.3% ເຮັດວຽກຫຼາຍກວ່າ 49 ຊົ່ວໂມງຕໍ່ອາທິດ ແລະກວ່າ 22.7% ເຮັດວຽກລ່ວງເວລາຫຼາຍກວ່າ 80 ຊົ່ວໂມງ ໃນແຕ່ລະເດືອນ ເຊິ່ງເຫດນີ້ເຮັດໃຫ້ພະນັກງານຄຽດ, ເມື່ອຍ ຈົນເຮັດໃຫ້ເກີດການເສຍຊີວິດຈາກພະຍາດຫົວໃຈ ແລະຂ້າໂຕຕາຍ

ໂຕເລກການເຮັດວຽກໜັກຂອງຄົນຍີ່ປຸ່ນນີ້ ສູງກວ່າການເຮັດວຽກຂອງຄົນອາເມລິກາ ແລະຄົນຢູໂລບຫຼາຍ ໂດຍຢູ່ອາເມລິກາມີ 16.4% ເທົ່ານັ້ນ ທີ່ເຮັດວຽກໜັກກວ່າ 49 ຊົ່ວໂມງຕໍ່ອາທິດ, ໃນອັງກິດມີ 12.5% ແລະຝຣັ່ງມີ 10.5% ເທົ່ານັ້ນ. ຈາກຂໍ້ມູນໃນສະໝຸດປົກຂາວດັ່ງກ່າວ ພົບວ່າ ພະນັກງານທີ່ເຮັດວຽກດ້ານໄອທີແມ່ນເຮັດວຽກໜັກທີ່ສຸດ, ຮອງລົງມາຄື ວິສະວະກອນ, ການບໍລິການຂົນສົ່ງສາທາລະນະ ແລະໄປສະນີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...