spot_img
Homeຂ່າວຕ່າງປະເທດຍີ່ປຸ່ນຕໍ່ຕ້ານການຖ່າຍພາບ ຫຼື ວິດີໂອ ທີ່ສະໜອງປະໂຫຍດທາງເພດ

ຍີ່ປຸ່ນຕໍ່ຕ້ານການຖ່າຍພາບ ຫຼື ວິດີໂອ ທີ່ສະໜອງປະໂຫຍດທາງເພດ

Published on

ຝ່າຍນິຕິບັນຍັດຂອງຍີ່ປຸ່ນກຳລັງສະເໜີກົດໝາຍສະບັບທຳອິດຂອງປະເທດ ເພື່ອຕໍ່ຕ້ານການຖ່າຍພາບ ຫຼື ວິດີໂອ ທີ່ສະໜອງປະໂຫຍດທາງເພດຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ ໂດຍຮ່າງກົດໝາຍຕໍ່ຕ້ານການລັກຖ່າຍ ຈະຫ້າມການກຳທຳຕ່າງໆເຊັ່ນ ການຖ່າຍກ້ອງກະໂປ່ງ ແລະ ການລັກຖ່າຍກິດຈະກຳທາງເພດ.

ໃນຂະນະນີ້ ຜູ້ກະທຳຜິດໃນຄະດີດັ່ງກ່າວຕ້ອງຖືກດຳເນີນຄະດີພາຍໃຕ້ກົດໝາຍທ້ອງຖິ່ນຂອງແຕ່ລະແຂວງ ເຊິ່ງມີຂອບເຂດທີ່ແຕກຕ່າງກັນໄປ.

ຮ່າງກົດໝາຍດັ່ງກ່າວ ເປັນສ່ວນໜຶ່ງຂອງການປະຕິຮູບກົດໝາຍກ່ຽວກັບອາຊະຍະກຳທາງເພດຂອງຍີ່ປຸ່ນ ໃຫ້ມີຂອບເຂດກວ້າງຂຶ້ນ ເຊິ່ງຂະຫຍາຍຄຳຈຳກັດຄວາມຂອງການຂົ່ມຂື້ນອີກດ້ວຍ ແລະ ຍັງລວມເຖິງການຫ້າມຖ່າຍ ແຈກຢາຍ ແລະ ການມີຮູບຂອງອະໄວຍະວະເພດຂອງຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດຈາກບຸກຄົນນັ້ນ.

ຜູ້ທີ່ກະທຳຜິດ ຈະຖືກຈຳຄຸກສູງສຸດ 3 ປີ ຫຼື ປັບໄໝສູງສຸດ 3 ລ້ານເຢນ ຫຼື ປະມານ 380 ລ້ານກີບ ການປະຕິຮູບຄາດວ່າຈະໄດ້ຕົກລົງກັນຈາກສະພາໃນເດືອນມິຖຸນາປີນີ້.

ແຫຼ່ງຂ່າວ Japan Times

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...