spot_img
Home​ຂ່າວບັນເທິງຍິງອາຍຸ 51 ປີໃຊ້ເວລາໃນການເປັນຄົນຂັບລົດສົ່ງອາຫານ

ຍິງອາຍຸ 51 ປີໃຊ້ເວລາໃນການເປັນຄົນຂັບລົດສົ່ງອາຫານ

Published on

ເລື່ອງໜ້າປະທັບໃຈທີ່ຖືກເຜີຍແຜ່ຜ່ານເຟສບຸກສ່ວນໂຕຂອງ Brian B. Mounthanivong ກ່ຽວກັບ ຍິງອາຍຸ 51 ປີ ຊື່ວ່າ “ໄພ” ສູ້ຊີວິດເປັນ rider ຫຼື ຄົນຂັບລົດສົ່ງອາຫານ ເຊິ່ງປົກກະຕິແລ້ວອາຍຸປະມານນີ້ແມ່ນຈະ ກະສຽນ ພັກຜ່ອນຢູ່ບ້ານ, ໄປວັດ, ຢູ່ບ້ານລ້ຽງລູກຫຼານ.

ແຕ່ກົງກັນຂ້າມກັບຄົນນີ້ ໃຊ້ເວລາໃຫ້ເປັນປະໂຫຍດດ້ວຍການຫາເງິນຜ່ານການເປັນ rider ເພື່ອທີ່ຈະເກັບເງິນມື້ລະ 200.000-300.000 ກີບ ໂດຍສະເລ່ຍແລ້ວເດືອນໜຶ່ງແມ່ນຕົກຢູ່ 6.000.000 ກີບຕໍ່ເດືອນ ເທົ່າກັບລາຍໄດ້ຂອງພະນັກງານໃນຫ້ອງການເລີຍກໍວ່າໄດ້.

ເຊິ່ງຜູ້ຍິງຄົນນີ້ໄດ້ກ່າວວ່າ: “ແມ່ຂັບທຸກມື້ ມື້ລະ 9 ຊົ່ວໂມງ ເມື່ອຍກະພັກ ກະພໍເຮັດໄດ້ຢູ່ ເພາະຂັບມາໄດ້ 2-3 ປີແລ້ວ ລາຍໄດ້ສະເລ່ຍ ມື້ລະ 200.000 – 300.000 ກໍຖືວ່າ ພໍຢູ່ໄດ້.”

ທັ້ງນີ້ການທີ່ຜູ້ມີອາຍຸມາເຮັດວຽກແບບນີ້ ໃນປະເທດລາວເຮົາຖືວ່າເປັນເລື່ອງທີ່ແປກ ແຕ່ກັບບັນດາປະເທດສິງກະໂປ ແລະ ຍິ່ປຸ່ນ ສຳລັບກຸ່ມຄົນອາຍຸນີ້ ຍັງສາມາດເຮັດວຽກເພື່ອຫາລາຍໄດ້ຢູ່.

ນອກນີ້ Brian ຍັງໄດ້ມອບ Chocolate Shake ໃຫ້ເພື່ອເປັນກຳລັງໃຈຕໍ່ແມ່ໄພອີກດ້ວຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...