spot_img
Homeຂ່າວຕ່າງປະເທດຍິງສາວບອກເລີກແຟນ ແລະ ທວງເຄື່ອງຄືນ ຝ່າຍຊາຍກໍສົ່ງຄືນໝົດ

ຍິງສາວບອກເລີກແຟນ ແລະ ທວງເຄື່ອງຄືນ ຝ່າຍຊາຍກໍສົ່ງຄືນໝົດ

Published on

ຄູ່ຮັກຜິດກັນຢູ່ແຄມທາງ ກ່ອນທີ່ຝ່າຍຍິງຈະບອກເລີກແລ້ວທວງເຄື່ອງທີ່ຊື້ໃຫ້ຄືນ ແລະ ຝ່າຍຊາຍກໍໄປແຕ່ໂຕ.

ໃນວັນທີ 5 ມີນາ 2023 ໄດ້ມີວິດີໂອຈາກຈີນທີ່ເຜີຍແຜ່ໄປທົ່ວສັງຄົມອອນລາຍ ໂດຍໃນວິດີໂອມັນສະແດງເຖິງ ຄູ່ຮັກ 1 ຄູ່ທີ່ຢືນຜິດຖຽງກັນຢູ່ແຄມທາງ ຕໍ່ມາຝ່າຍຍິງໄດ້ຂໍບອກເລີກ ແລະ ຂໍເຄື່ອງທີ່ມອບໃຫ້ທັງໝົດ ເຊິ່ງຝ່າຍຊາຍກໍຄືນແທ້ ໂດຍແກ້ເຄື່ອງທີ່ຝ່າຍຍິງເຄີຍຊື້ໃຫ້ອອກຈົນໝົດ ແລ້ວສົ່ງຄືນໃນທັນທີ ຈາກນັ້ນກໍຍ່າງຫັນຫຼັງອອກໄປ.

ຈາກຜູ້ເຫັນເຫດການໄດ້ເລົ່າວ່າ: ເມື່ອທັງສອງ ໄດ້ຜິດຖຽງກັນ ຝ່າຍຍິງກໍຮ້ອງຂຶ້ນມາວ່າ “ເລີກກັນເຖາະ” ແລະ ຂໍໃຫ້ແຟນຄືນຂອງຂວັນທັງໝົດ ທີ່ເຄີຍຊື້ໃຫ້.

ທາງດ້ານຝ່າຍຊາຍກໍໃຈຮ້າຍ ແລ້ວແກ້ເຄື່ອງ ໂຍນໃສ່ຝ່າຍຍິງ ແລ້ວຍ່າງອອກໄປທັນທີ ແຕ່ເມື່ອຍ່າງໄປບໍ່ເທົ່າໃດກ້າວ ຝ່າຍຍິງກໍຮ້ອງຕື່ມອີກວ່າ “ເກີບພ້ອມ” ແລ້ວຝ່າຍຊາຍກໍສະບັດເກີບໃສ່ ແລະ ຍ່າງໜີ ຂະນະທີ່ຝ່າຍຍິງກໍນັ່ງລົງພ້ອມກັບຮ້ອງໄຫ້.

ຈາກການກະທຳດັ່ງກ່າວ ເຮັດໃຫ້ຜູ້ຄົນທີ່ຢູ່ບໍລິເວນນັ້ນໄດ້ເຫັນຜູ້ຊາຍເປືອຍໂຕຍ່າງໄປຕາມແຄມທາງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...