spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຍິງລາວຂົນຢາບ້າ ຖືກຈັບທີ່ໜອງຄາຍ

ຍິງລາວຂົນຢາບ້າ ຖືກຈັບທີ່ໜອງຄາຍ

Published on

ຂົນຢາບ້າ
ຮູບປະກອບ-ຂ່າວ ໄທລັດ

ຍິງລາວສອງເອື້ອຍນ້ອງເຫັນແກ່ເງິນ ສອງໝື່ນຫ້າ(ເງິນບາດໄທ) ຮັບຈ້າງເອົາຢາບ້າຈາກວຽງຈັນ ຈະໄປສົ່ງທີ່ກຸງເທບຯ ແຕ່ຖືກຈັບໄດ້ຂະນະທີ່ກຳລັງ ລໍຖ້າຂຶ້ນລົດທີ່ໜອງຄາຍ ຄົ້ນພົບຂອງກາງລວມ 10,000 ເມັດ ໃສຖົງຢາງອະນາໄມຕິດໄວ້ຕາມລຳໂຕ ສາລະພາບວ່າ ຈະເອົາໄປກຸງເທບ ແລະຕໍ່ລົງພາກໃຕ້ຂອງໄທ…

ຕາມແຫຼ່ງຂ່າວຈາກປະເທດເພື່ອນບ້ານ ລາຍງານວ່າ ເມື່ອວັນທີ 17 ກັນຍາ 2015  ທີ່ກົມຕຳຫຼວດກວດຄົນເຂົ້າເມືອງ ຈັງຫວັດໜອງຄາຍ ໄດ້ມີການຖະແຫຼງຂ່າວການຈັບກຸມ ນາງວັນເງິນ ອາຍຸ 45 ປີ ແລະ ນາງທອງວັນ ກອງມະນີ ອາຍຸ 47 ປີ ສອງເອື້ອຍນ້ອງ ຈາກບ້ານໂພນຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂໍ້ຫາຂົນສົ່ງຢາເສບຕິດປະເພດຢາບ້າ.

ເຈົ້າໜ້າທີ່ໄທຈັບກຸມຜູ້ຕ້ອງຫາ ທັງສອງໄດ້ພ້ອມຂອງກາງຢາບ້າ ບັນຈຸໃນຖົງຢາງສີຢ້າ ຫໍ່ດ້ວຍຖົງຢາງອະນາໄມ ຊຸກເຊື່ອງໄວ້ຕາມລຳໂຕທັງສອງຄົນ ຄົນລະ 5 ແທ່ງ ລວມກັນເປັນ 10 ແທ່ງ ຫຼືຈຳນວນທັງໝົດ 10,000 ເມັດ ຂະນະທີ່ກຳລັງຈະຂຶ້ນລົດໂດຍສານ ປະຈຳທາງໜອງຄາຍ-ກຸງເທບ (ໄທ).

ຈາກການສອບສວນຜູ້ຕ້ອງຫາທັງສອງ ໃຫ້ການວ່າ ພວກຕົນໄດ້ຮັບຈ້າງ ຈາກຜູ້ຍິງຊາວລາວຄົນໜຶ່ງ ຕິດຕໍ່ໃຫ້ຕົນເອົາຢາບ້າມາສົ່ງໃຫ້ຄົນໄທ ໂດຍຈະໃຫ້ຄ່າຈ້າງຄົນລະ 25,000 ບາດ ແລະຈ່າຍຄ່າເດິນທາງໃຫ້ກ່ອນຄົນລະ 5,000 ບາດ ເມື່ອໄປສົ່ງເຖິງກຸງເທບ ຈະມີຄົນໄທໂທລະສັບຕິດຕໍ່ ແລະມາຮັບ ເພື່ອໃຫ້ເອົາຢາບ້າໄປສົ່ງຕໍ່ຢູ່ພາກໃຕ້ ຈາກນັ້ນຈຶ່ງຈະກັບມາຮັບເງິນ ສ່ວນທີ່ເຫຼືອອີກຄົນລະ 20,000 ບາດ.

ນາງວັນເງິນ ແລະນາງທອງວັນ ສອງເອື້ອຍນ້ອງ ໃຫ້ການວ່າ ກ່ອນຈະຂ້າມຝັ່ງໄປທີ່ໜອງຄາຍໄດ້ ມີຜູ້ຊາຍຊາວລາວເອົາຢາບ້າບັນຈຸ ໃນຖົງຢາງສີຟ້າຫໍ່ຫຸ້ມດ້ວຍຖົງຢາງອະນາໄມ ມາໃຫ້ ຈາກນັ້ນພວກຕົນຈຶ່ງໃຊ້ເຊືອກຟາງ ມາມັດຢາບ້າຕັດກັບໂຕເອງ ແລ້ວນຸ່ງເສື້ອຊັ້ນໃນທັບ ຍ່າງເຂົ້າມາໃນສະຖານີຂົນສົ່ງຈັງຫວັດໜອງຄາຍ ເພື່ອຖ້າຂຶ້ນລົດໂດຍສານເຂົ້າໄປກຸງເທບ ແລະມາຖືກເຈົ້າໜ້າທີ່ຂອງໄທ ຈັບກຸມດັ່ງກ່າວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...