spot_img
Homeຊີວິດແລະຄວາມຮັກຍາມທຸກຄິດເຖິງພໍ່ແມ່ ຍາມສຸກເຈົ້າຄິດເຖິງໃຜ?

ຍາມທຸກຄິດເຖິງພໍ່ແມ່ ຍາມສຸກເຈົ້າຄິດເຖິງໃຜ?

Published on

  • ເວລາບໍ່ມີເງິນ ຄົນທຳອິດທີ່ຄິດເຖິງພໍ່ແມ່ ແຕ່ພໍມີເງິນ ຄົນທຳອິດທີ່ຄິດເຖິງຄືໝູ່ເພື່ອນ ແລະແຟນ
  • ຢາກໄດ້ລົດ ຄົນທຳອິດທີ່ຄິດເຫັນ ຄືພໍ່ແມ່ ແຕ່ພໍມີລົດ ຄົນທຳອິດທີ່ຈະໄປຮັບ ຄືແຟນກັບໝູ່ເພື່ອນ
  • ຮ້ານອາຫານຫຼູຫຼາ ມີໄວ້ສຳລັບແຟນ ແລະໝູ່ ແຕ່ອາຫານເທິງໂຕະຢູ່ບ້ານ ມີໄວ້ສຳລັບພໍ່ແມ່
  • ໂຮງຮູບເງົາ ຮ້ານອາຫານສັບພະສິນຄ້າ ມີໄວ້ສຳລັັບແຟນ ກັບໝູ່ເພື່ອນ ແຕ່ໂທລະພາບ ແລະສວນຢູ່ບ້ານມີໄວ້ສຳລັບພໍ່ແມ່
  • ພໍ່ແມ່ຄິດໄລ່ບັນຊີຄ່າໃຊ້ຈ່າຍກ່ອນນອນ ເພື່ອຄິດເຫັນຄວາມຢູ່ລອດ ແຕ່ລູກນອນລົມໂທລະສັບ ຫຼິ້ນອິນເຕີເນັດ ກ່ອນນອນ ເພື່ອໃຫ້ຫຼັບຝັນດີ
  • ເວລາເຮົາມີຄວາມສຸກມັກຈະເບິ່ງຫາແຟນ ແລະໝູ່ເພື່ອນ ເວລາເຮົາມີຄວາມທຸກ ຄວາມກັງວົນໃຈ, ບໍ່ສະບາຍໃຈ ມັກຄິດເຫັນພໍ່ແມ່
  • ເວລາປະສົບຄວາມສຳເລັດ ເຮົາມັກຈະເບິ່ງຫາແຟນ ແລະເພື່ອນ ເພື່ອສະຫຼອງ ແລະສັງສັນ ແຕ່ຄົນທີ່ດີໃຈທີ່ສຸດ ຄືພໍ່ແມ່, ແຕ່ພໍ່ແມ່ກັບເປັນຄົນທີ່ລູກເບິ່ງຂ້າມ ລູກໄປສັງສັນຕາມຮ້ານອາຫານ, ແຕ່ພໍ່ແມ່ເຮັດວຽກ ຫຼືນອນຫຼັບເກັບແຮງໄວ້ເພື່ອເຮັດວຽກຫາເງິນໃນວັນຮຸ່ງຂຶ້ນ ເພື່ອແລກກັບຄວາມສຸກຂອງລູກ ຢາກໃຫ້ລູກໄດ້ຮຽນສູງໆ
  • ເວລາແຕ່ງງານ ຄົນທີ່ເປັນຄົນຫາສິນສອດຂອງໝັ້ນຄືພໍ່ແມ່ ຄົນທີ່ມີຄວາມສຸກຄືລູກ
  • ເວລາພໍ່ແມ່ຕັກເຕືອນລູກ ບາງຄັ້ງເຕັມໄວ້ດ້ວຍອາລົມຫ່່ວງໃຍ ເພື່ອໃຫ້ລູກໄດ້ດີ ແຕ່ລູກຄິດວ່າສິ່ງທີ່ ພໍ່ແມ່ເວົ້າ ເປັນພຽງເລື່ອງບໍ່ມີສາລະ
  • ພໍ່ກັບແມ່ຄື ຜູ້ທີ່ຜ່ານຜ່າບັນຫາ ເປັນຮ້ອຍພັນປະການ, ເພື່ອລູກ ແຕ່ພໍລູກມີບັນຫາ ມັກຄິດທໍ້ຖອຍ, ຫົດຫູ່ໃຈ ຫຼືບາງຄົນອາດຄິດສັ້ນ
  • ພໍ່ກັບແມ່ ຄືຜູ້ທີ່ປົກປ້ອງ ແລະຢືນຄຽງຂ້າງລູກຈົນຊົ່ວຊີວິດ

ຄຳວ່າ “ພໍ່” ແລະ “ແມ່” ອາດເປັນຄຳທຳອິດທີ່ເຮົາເວົ້າໄດ້ ຕັ້ງແຕ່ເກີດ, ແລ້ວເຈົ້າກຽມຫຍັງໄວ້ ເພື່ອພໍ່ ແລະແມ່ ຂອງເຈົ້າແລ້ວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...