spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ເຫດເຮືອຫລົ້ມຢູ່ມຽນມາ ເພີ່ມຂຶ້ນເກືອບ 50 ຄົນ ຂະນະໜ່ວຍກູ້ໄພ ຍັງຄົ້ນຫາຜູ້ສູນຫາຍ

ຍອດຜູ້ເສຍຊີວິດ ເຫດເຮືອຫລົ້ມຢູ່ມຽນມາ ເພີ່ມຂຶ້ນເກືອບ 50 ຄົນ ຂະນະໜ່ວຍກູ້ໄພ ຍັງຄົ້ນຫາຜູ້ສູນຫາຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລານີ້ວ່າ ຍອດຜູ້ເສຍຊີວິດຈາກເຫດ ເຮືອໂດຍສານຂ້າມຟາກຫລົ້ມ ກາງແມ່ນ້ຳຊິນວິນ ໃນເຂດສະກາຍຂອງມຽນມາ ເມື່ອຕອນເຊົ້າຂອງມື້ວັນເສົາທີ 15 ຕຸລາທີ່ຜ່ານມາ ເພີ່ມຂຶ້ນເຖິງ 48 ຄົນແລ້ວ ໃນຂະນະທີ່ຍັງຄົງມີຜູ້ສູນຫາຍອີກຢ່າງໜ້ອຍ 23 ຄົນ ໂດຍເຈົ້າໜ້າທີ່ໜ່ວຍງານບັນເທົາທຸກ ແລະ ການຍ້າຍຖິ່ນມຽນມາ ໄດ້ລະບຸວ່າ ກວ່າ 2/3 ຂອງຈຳນວນຜູ້ເສຍຊີວິດທັງໝົດ ເປັນຜູ້ຍິງ.

ທັງນີ້ ເຮືອໂດຍສານຂ້າມຟາກດັ່ງກ່າວ ໄດ້ບັນທຸກຜູ້ໂດຍສານເກີນນ້ຳໜັກ ຊຶ່ງເຕັມໄປດ້ວຍຄູອາຈານ ແລະ ນັກສຶກສາ ໂດຍພາຍຫລັງເກີດເຫດ ໜ່ວຍກູ້ໄພມຽນມາ ສາມາດຊ່ວຍເຫລືອຜູ້ລອດຊີວິດໄດ້ ປະມານ 150 ຄົນ, ແຕ່ເຈົ້າໜ້າທີ່ເຊື່ອວ່າ ເຮືອໂດຍສານລຳດັ່ງກ່າວນີ້ ມີຜູ້ໂດຍສານຂຶ້ນມານຳ ຫລາຍເຖິງ 250 ຄົນ ເພື່ອຕ້ອງການເດີນທາງຂ້າມໄປເມືອງໂມນຢະວາ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...