spot_img
Homeຂ່າວຕ່າງປະເທດຊ້າງປ່າອາລະວາດໃນອິນເດຍ ມີຊາວບ້ານເສຍຊີວິດ 5 ສົບ

ຊ້າງປ່າອາລະວາດໃນອິນເດຍ ມີຊາວບ້ານເສຍຊີວິດ 5 ສົບ

Published on

 

 

ມີຊາວບ້ານເສຍຊີວິດ 5 ສົບ ຫຼັງຈາກທີ່ຊ້າງປ່າບຸກເຂົ້າໄປອາລະວາດໃນໝູ່ບ້ານ ເຮັດໃຫ້ຊາວບ້ານແຕກຕື່ນ ໃນລັດເບງກໍຕະເວັນຕົກ ທາງທິດຕະເວັນອອກຂອງອິນເດຍ

1310111

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໂກລກາຕາ ລັກເບງກໍຕະເວັນຕົກ ປະເທດອິນເດຍເມື່ອວັນທີ 22 ມີນາ 2016 (ວັນນີ້) ວ່າມີຊາວບ້ານເສຍຊີວິດ 5 ສົບ ເພາະຊ້າງປ່າບຸກເຂົ້າໄປອະລະວາດໃນໝູ່ບ້ານ ກາຕາຣ໌ ໃນລັດເບງກໍຕະເວັນຕົກເມື່ອຕອນເຊົ້າວັນອາທິດທີ່ຜ່ານມາ ເຊິ່ງໄດ້ສ້າງຕວາມແຕກແຕື່ນໃຫ້ກັບຊາວບ້ານ. 

ລັດຖະມົນຕີປ່າໄມ້ຂອງລັດເບງກໍຕະເວັນຕົກໄດ້ກ່າວວ່າ ຜູ້ເຄາະຮ້າຍທີ່ຖືກສ້າງປ່າຢຽບຍ້ອນຊ້າງໄດ້ຄຽດໃຫ້ຊາວປ່າທີ່ພາກັນເອົາກ້ອນຫີນໄປແກ່ວງໃສ່ມັນ ເພື່ອໄລ່ມັນອອກຈາກໝູ່ບ້ານ.

ມີຊ້າງ 1 ເຊືອກທີ່ເສຍຊີວິດເພາະຖືກເຈົ້າໜ້າທີ່ປ່າໄມ້ຍິງດ້ວຍລູກດອກຢາສະຫຼົບໃສ່ ຫຼັງໄດ້ຮັບແຈ້ງໃຫ້ໄປຊ່ວຍເຫຼືອ ສ່ວນອີກ 3 ເຊືອກເປັນຊ້າງແມ່ 1 ເຊືອກ ແລະ ລູກຊ້າງ 2 ເຊືອກ ໜີໄປໄດ້.

ຜູ້ຊ່ຽວຊານສັດປ່າເຜີຍວ່າການປະທະລະຫວ່າງຄົນກັບຊ້າງເພີ່ມຂຶ້ນຫຼາຍໃນທຸກໆພື້ນທີ່ຊົນນະບົດຂອງອິນເດຍ ສາເຫດເພາະການບຸກລຸກຂອງຄົນທີ່ເຂົ້າໄປທຳລາຍພື້ນທີ່ອາໃສຂອງສັດປ່າ.

ເມື່ອເດືອນທີ່ຜ່ານມາມີຊ້າງປ່າເຊືອກໜຶ່ງອອກມາອະລະວາດປະມານ 1 ຊົ່ວໂມງ ໃນເມືອງຕະເວັນອອກຂອງອິນເດຍ ເຮັດໃຫ້ບ້ານເຮືອນຮ້ານຄ້າ ແລະ ອາຄານໄດ້ຮັບຄວາມເສຍຫາຍປະມານ 100ຫຼັງ.

ແຫລ່ງຂ່າວຈາກ: ເວັບໄຊ໌ຂ່າວເດລີນີວສ໌

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...