ໃນຕອນເຊົ້າວັນທີ 27 ມີນາ 2016 ນີ້ ທ່ານ ດຣ. ບົວສອນສີນວນທອງຮອງເລຂາພັກແຂວງຮອງເຈົ້າແຂວງໆຊຽງຂວາງພ້ອມດ້ວຍຄະນະໄດ້ລົງກວດກາໂຄງການກໍ່ສ້າງສະໜາມກີລາໂບລິ້ງ ຢູ່ບ້ານໂພນມີໄຊເມືອງແປກແຂວງ ຊຽງຂວາງໂດຍການສຳປະທານກໍ່ສ້າງຂອງ ທ່ານນາງ ຢາງ ລີ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນຕຸລາປີ 2015 ປະຈຸບັນສຳເລັດແລ້ວ 80% ຄາດວ່າອີກ 3 ເດືອນຂ້າງໜ້າຈະສຳເລັດ 100% ມູນຄ່າການກໍ່ສ້າງ 600.000 ໂດລາສະຫະລັດ ໂຄງການດັ່ງກ່າວນີ້ແມ່ນຜູ້ສຳປະທານອອກທຶນກໍ່ສ້າງກ່ອນ 100% ພາຍໃນອາຄານຍັງມີຮ້ານຂາຍເຄື່ອງກີລາໂບລິ້ງ, ຫ້ອງອາຫານ, ຫ້ອງອອກກຳລັງກາຍ (ຟິດເນັດ) ພາຍຫຼັງສຳເລັດຈະເປີດພິທີຢ່າງເປັນທາງການໂດຍຈະເຊີນເອົາບັນດາສະໂມສອນໂບລິ້ງໃນທົ່ວປະເທດມາແຂ່ງຂັນຊີງຂັນທ່ານເຈົ້າແຂວງໆຊຽງຂວາງເພື່ອເປັນການຝຶກຊ້ອມນັກກີລາຊຽງຂວາງໃຫ້ມີສີມືໃນການຫຼິ້ນເພື່ອແຂ່ງຂັນໃນງານຕ່າງໆທັງເປັນການຝຶກຊ້ອມເກັບຕົວນັກກີລາຮັບໃຊ້ງານມະຫະກຳກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບໃນປີ 2018 ທີ່ຈະມາເຖິງນີ້ ການກວດກາຄັ້ງນີ້ຍັງໄດ້ເຊື້ອເຊີນທ່ານຄຳມະນີມະນີວົງຈາກສະຫະພັນໂບລິ້ງແຫ່ງຊາດມາກວດກາໂຄງການດັ່ງກ່າວນຳອີກທ່ານດຣ. ບົວສອນສີນວນທອງຮອງເລຂາພັກແຂວງຮອງເຈົ້າແຂວງໆຊຽງຂວາງກໍໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງຕໍ່ຜູ້ສຳປະທານກໍ່ສ້າງທີ່ໄດ້ທຸ່ມເທທຶນຮອນໃສ່ໃນການກໍ່ສ້າງເຮັດໃຫ້ການກໍ່ສ້າງດຳເນີນໄປດ້ວຍດີແລະມີຄຸນນະພາບຮັບໃຊ້ເຂົ້າໃນການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11.