spot_img
Homeຂ່າວທ້ອງຖິ່ນຊຽງຂວາງເກມເລື່ອນອອກໄປຈົນຮອດປີ 2021

ຊຽງຂວາງເກມເລື່ອນອອກໄປຈົນຮອດປີ 2021

Published on

ໜັງສືພິມວຽງຈັນທາຍ ລາຍງານ ໃນວັນທີ 15/09/2020 ວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ແນະນໍາໃຫ້ ແຂວງຊຽງຂວາງ ເລື່ອນການຈັດມະຫະກໍາ ກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ອອກໄປຈົນຮອດປີ 2021 ເພື່ອສະກັດກັ້ນ ຄວບຄຸມ ແລະ ປ້ອງກັນ ການແຜ່ລະບາດ ຂອງເຊື້ອໂຄວິດ-19. ສ່ວນ ວັນເວລາ ການຈັດງານ ໃນປີໜ້າ ແມ່ນຈະໄດ້ແຈ້ງໃຫ້ຊາບ ໃນພາຍຫຼັງ.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ກຽມ ພ້ອມແລ້ວ 100%  ໂດຍສະເພາະສະໜາມກີລາທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະຖານທີ່ພັກເຊົາຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ກໍ່ໄດ້ມີການປັບປຸງແກ້ໄຂຄືນໃໝ່ ສໍາເລັດໄປແລ້ວ 100%, ປະຈຸບັນ ຍັງລໍຖ້າທາງລັດຖະບານ​ ກໍຄື ກະ ຊວງສຶກສາທິການ ແລະ ກິລາ ອະນຸມັດເປີດການແຂ່ງຂັນຢ່າງເປັນທາງການ ໃນມື້ໃດເທົ່ານັ້ນ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...