spot_img
Homeຂ່າວທ້ອງຖິ່ນຊີ້ແຈງ ເລື່ອງສະພາບການ ຄົວແບ້ໃນໂຮງໝໍສະໜາມ ແຂວງສະຫວັນນະເຂດ

ຊີ້ແຈງ ເລື່ອງສະພາບການ ຄົວແບ້ໃນໂຮງໝໍສະໜາມ ແຂວງສະຫວັນນະເຂດ

Published on

ອີງຕາມການສຳພາດຂອງ ປອ. ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ຫົວໜ້າກອງເລຂາ ຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ປະຈຳແຂວງສະຫວັນນະເຂດ ຈາກລາຍການຄລິນິກທັນເຫດການ ໃຫ້ຮູ້ວ່າ: ເລື່ອງການຄົວແບ້ ໃນໂຮງໝໍສະໜາມ ແຂວງສະຫວັນນະເຂດ ແມ່ນຄວາມຈິງ.

ທ່ານ ປອ. ດຣ ຕຽງຄຳ ປ້ອງວົງສາ ໄດ້ໃຫ່ສພຳາດວ່າ: ໃນຄືນວັນທີ່ເກີດເຫດ ໄດ້ເຫັນພາບຂອງຜູ້ກ່ຽວເອງທີ່ໄດ້ຖ່າຍ ການຄົວແບ້ ແຕ່ແບ້ນັ້ນແມ່ນໄດ້ທຳການຄົວ ແລະ ສຳແຫຼະໂພນ ມາແຕ່ນອກແລ້ວ ແລະ ສົ່ງຊີ້ນສ່ວນເປັນໂຕເຂົ້າມາພາຍໃນສູນປິ່ນປົວ, ໝາຍຄວາມວ່າບໍ່ແມ່ນຄົນເຈັບເປັນຜູ້ຂ້າເອງ ແຕ່ແມ່ນຄອບຄົວພີ່ນ້ອງ ຂອງຄົນເຈັບເອົາມາສົ່ງໃຫ້ຄົວກິນ ຢູ່ສູນປິ່ນປົວ. ເຊິ່ງຕອນນັ້ນ ແມ່ນຄໍ່າ ແລະ ຝົນຕົກແນ່ ແພດຂອງເຮົາກໍໄດ້ເຫັນ ແລະຫ້າມຢູ່ ແຕ່ພັດລົງມືແລ້ວ ເລີຍເຮັດກິນຕໍ່ ແລະ ຜູ້ປ່ວຍກໍຕອບວ່າ ມື້ນີ້, ຮູ້ສຶກວ່າລີ້ນກັບມາຮັບຮູ້ລົດຊາດດີຂື້ນ ແລະ ຢາກກິນແນວແຊບໆແນ່ ກໍເລີຍຄົວກິນເອງ ທັງໆທີ່ພວກເຮົາກໍບໍ່ໄດ້ມີການແນະນຳໃຫ້ປະຕິບັດໃນລັກສະນະດັ່ງກ່າວນີ້.

ຕໍ່ກັບບັນຫາດັ່ງກ່າວຫຼັງຈາກທີ່ເຮົາໄດ້ຮັບຮູ້ແລ້ວ ຕື່ນເຊົ້າຂື້ນມາທາງທີມງານຂອງພວກເຮົາ ກໍມີການປຶກສາກັນ ແລະ ມີການຈັດຮູບແບບຕ່າງໆທັງໝົດ ວາງກົດລະບຽບໃຫ້ບັນດາຜູ້ທີ່ກຳລັງຮັບການປິ່ນປົວໃນສູນກັກກັນນັ້ນ ໂດຍສະເພາະຄື:

  1. ໃຫ້ທຳການອອກລຳກາຍກິລາ (ຫ້າມບໍ່ໃຫ້ຫຼີ້ນກິລາປະເພດເຕະບານໃນສະໜາມ)ໃຫ້ອອກກຳລັງກາຍ ແບບຕາກແດດ ແລ່ນ ຍ່າງ

2. ການແຕ່ງຢູ່ຄົວກິນ ແນ່ນອນແລ້ວ ພວກເຮົາຢ້ານມີຄວາມສ່ຽງເພາະວ່າສູນຂອງພວກເຮົາ ບໍ່ໄດ້ເປັນສູນທີ່ສ້າງຂື້ນມາເພື່ອປິ່ນປົວໂຄວິດ ແຕ່ແມ່ນໂຮງໝໍສະໜາມ ພວກເຮົາກໍຢ້ານການລະບາດຂອງພະຍາດອື່ນໆ ຖ້າຫາກວ່າຮັກສາອານາໄມບໍ່ໄດ້.

ຕໍ່ບັນຫາດັ່ງກ່າວ ເຮົາກໍໄດ້ເອີ້ນແພດໝໍ ເຈົ້າໜ້າທີ່ ປກສ ທີ່ຍາມສູນປິ່ນປົວມາຮັບຮູ້ບັນຫາທັງໝົດ ວາງລະບຽບນໍາກັນ ໄດ້ແກ່ເຈົ້າໜ້າທີ່ ໃຫ້ຄວາມເຂັ້ມງວດໃນການຕິດຕາມ.

ຜູ້ທີ່ຄົວແບ້ແມ່ນຄົນເຈັບ ສ່ວນຜູ້ທີ່ໂພສກໍແມ່ນໝູ່ຂອງເຂົາເຈົ້າເອງ ເພາະພວກເຮົາກໍຮັບຮູ້ບັນຫານີ້ຜ່ານເຟສບຸກ. ຕື່ນເຊົ້າມາຈຶ່ງໄດ້ລົງໄປແກ້ໄຂ ເພື່ອບໍ່ໃຫ້ມີເກີດຂື້ນອີກໃນຊຸດຕໍ່ໄປ, ຢືນຢັ້ງໃນພາບບໍ່ມີເຈົ້າໜ້າທີ່ແຕ່ຢ່າງໃດ ມີພຽງຄົນເຈັບເປັນຜູ້ເຮັດເອງ ໂດຍບໍ່ມີໃຜແນະນຳໃຫ້ເຂົາເຈົ້າເຮັດ.

ຫຼັງຈາກເກີດເຫດທາງສູນກໍໄດ້ເອີ້ນບັນດາຄົນເຈັບທີ່ປິ່ນປົວ ແລະ ໄດ້ອະທິບາຍລະບຽບການປິ່ນປົວ ການຮັກສາໂຕແນວໃດ ອັນໃດຄວນ ບໍ່ຄວນ ອັນໃດອະນຸຍາດ ບໍ່ອະນຸຍາດ ຢ່າງຊັດເຈນ, ນອກຈາກຄົນເຈັບເຮົາກໍຍັງໄດ້ລົມກັບແພດ ເຈົ້າໜ້າທີ່ ປກສ ໃຫ້ເອົາໃຈໃສ່ ການປະຕິບັດຕົນຂອງຄົນເຈັບໃຫ້ຖືກຕາມທາງການແພດໃນການປິ່ນປົວ ເຈົ້າໜ້າທີ່ ປກສ ກໍຕ້ອງຍາມ ຄືການແຕ່ງຢູ່ຄົວກິນຄືແນວນີ້ ແພດຢູ່ສູນກໍຕ້ອງໄດ້ບອກ ແລະ ເອີ້ນມາ ວາງລະບຽບ ໃຫ້ເຂົາເຈົ້າເຂົ້າໃຈ ເພື່ອບໍ່ໃຫ້ເກີດຂື້ນອີກຕໍ່ໄປ ສຳລັບຄວາມຜິດພາດທີ່ຜ່ານມານັ້ນ ຄົນເຈັບກໍຂໍໂທດໃນສິ່ງທີ່ເຮັດໄປ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...