ຊຳ​ຊຸງຄາດ​ ກຳ​ໄລ​ໄຕ​ມາດສ​ອງ​ 7 ຕື້​ໂດ​ລາ

0
1662

ຊຳ​ຊຸງ​ຄາດ​ຄະ​ເນ​ຜົນ​ປະກອບ​ການ​ໃນ​ໄຕ​ມາດ 2 ຂອງ​ປີ​ນີ້ ຈະ​ມີ​ກຳ​ໄລ​ມະຫາສານ​ເຖິງ 7 ຕື້​ໂດ​ລາສະຫະລັດ ອັນ​ເປັນ​ຜົນ​ມາ​ຈາກ​ຍອດ​ຂາຍ​ຊຳ​ຊຸງກາ​ແລັກ​ຊີ​ເອສ 7 ສະມາດ​ໂຟນຮຸ່ນ​​ໃໝ່.

ສື່ຕ່າງປະ​ເທດ​ລາຍ​ງານ​ວ່າ ລາຍ​ງານ​ຜົນ​ປະກອບ​ການ​ຂອງ​ບໍລິສັດ​ຊຳ​ຊຸງອິ​ເລັກ​ໂຕ​ນິກຢູ່ ​ສ.ເກົາຫຼີ ຄາດ​ຈະ​ໄດ້​ກຳ​ໄລ​ມະຫາສານ​ຈາກ​ການ​ຂາຍ​ຜະລິດ​ຕະພັນ​​ໃນ​ໄລຍະ​ໄຕ​ມາດ 2 ຂອງ​ປີ​ນີ້​ເປັນ​ເງິນ​ຫຼາຍ​ກວ່າ 8,1 ພັນ​ຕື້​ວອນ​ຫຼື 7 ຕື້​ໂດ​ລາ ຊຶ່ງ​ສູງ​ກວ່າ​ໄລຍະ​ເວລາ​ດຽວ​ກັນ​ເມື່ອ​ທຽບ​ກັບ​ປີ 2015 ​ເຖິງ 17,4% ອັນ​ເປັນ​ຜົນ​ມາ​ຈາກ​ຍອດ​ຂາຍ​ສະມາດ​ໂຟນຮຸ່ນ​ໃໝ່ ຊຳ​ຊຸງ​ກາ​ແລັກ​ຊີ ​ເອສ 7 ຊຶ່ງ​ຖື​ເປັນ​ຮຸ່ນ​ທີ່​ມີ​ການ​ຕອບ​ຮັບ​ທີ່​ດີ​ທີ່​ສຸດ​ຂອງ​ຊຳ​ຊຸງ ​ຊຶ່ງ​ລາຄາ​ຮຸ້ນ​ຂອງ​ບໍລິສັດ​ຊຳ​ຊຸງ​ໃນ​ຕະຫຼາດ​ຫຼັກ​ຊັບ​ຢູ່​ນະຄອນຫຼວງ​ເຊ​ອູ​ນຂອງ ​ສ.​ເ​ກົາຫຼີ ​ເພີ່ມ​ຂຶ້ນ​ທັນທີ​ 1,3% ຫຼັງ​ຈາກ​ມີ​ການ​ປະກາດຄາດ​ຄະ​ເນ​ຜົນ​ກຳ​ໄລ​ໄຕ​ມາດ 2 ຂອງ​ປີ​ນີ້ ຂະນະ​ທີ່​ຜົນ​ປະ​ເມີນ​ລາຍ​ໄດ້​ສຸດ​ທ້າຍ​ຈະ​ປະກາດ​ໃນ​ທ້າຍ​ເດືອນ​ກໍລະກົດ​ນີ້.

ທັງ​ນີ້​ຜົນ​ກຳ​ໄລ​ມະຫາສານ​ຂອງ​ບໍລິສັດ​ຊຳ​ຊຸງ​ໃນ​ໄຕ​ມາດ 2 ຖື​ເປັນ​ການ​ກົງກັນຂ້າມ​ກັບ​ການ​ເຕີບ​ໂຕ​ຂອງ​ຕະຫຼາດ​ສະມາດ​ໂຟນທົ່ວ​ໂລກ​ທີ່​ລໍ​ຕົວລົງ ​ເນື່ອງ​ຈາກ​ບັນດາ​ຜູ້​ໃຊ້​ມື​ຖື​ມີ​ການ​ຄວບ​ຄຸມ​ຄ່າ​ໃຊ້​ຈ່າຍ ​ແລະ ການ​ປ່ຽນ​ມື​ຖື​ຮຸ່ນ​ໃໝ່.