spot_img
Homeຂ່າວຕ່າງປະເທດຊາວໂລກເປັນຫ່ວງ 2 ນາງງາມມຽນມາຖືກອອກໝາຍຈັບຫຼັງຮຽກຮ້ອງໃຫ້ນານາຊາດຊ່ວຍເຫຼືອ

ຊາວໂລກເປັນຫ່ວງ 2 ນາງງາມມຽນມາຖືກອອກໝາຍຈັບຫຼັງຮຽກຮ້ອງໃຫ້ນານາຊາດຊ່ວຍເຫຼືອ

Published on

ແຟນນາງງາມທົ່ວໂລກເປັນຫ່ວງຄວາມປອດໄພຂອງ 2 ນາງງາມຈາກປະເທດມຽນມາ. ຈາກມິສແກຣນເຖິງມິສຢູນິເວີດ ໃນການລົນນະລົງຕໍ່ຕ້ານລັດຖະປະຫານມຽນມາ ປະກົດເທິງເວີການປະກວດນາງງາມລະດັບໂລກອີກຄັ້ງ.

ນາງ ຮານ ເລ ມິສແກຣນມຽນມາ ທີ່ໄດ້ເດນທາງມາເຂົ້າຮ່ວມການປະກວດ ມິສແກຣນອິນເຕີເນັດຊັ່ນແນລ 2020 ທີ່ປະເທດໄທ ນາງໄດ້ເວົ້າກ່ຽວກັບສະພາບການປະທ້ວງທີ່ກຳລັງເກີດຂຶ້ນພາຍໃນປະເທດມຽນມາ ພ້ອມຂໍຄວາມຊ່ວຍເຫຼືອຈາກນານາຊາດໃຫ້ຫັນມາສົນໃຈ ແລະ ໃຫ້ຄວາມຊ່ວຍນຳຄວາມສະຫງົບສຸກກັບຄືນສູ່ປະເທດ ຫຼັງຈາກນັ້ນ ໄດ້ມີການຄາດການວ່າ ການກະທຳຂອງນາງ ຮານ ເລ ໄດ້ສ້າງຄວາມບໍ່ພໍໃຈໃຫ້ລັດຖະບານມຽນມາ ເນື່ອງຈາກເປັນການກະທຳທີ່ຜິດຕໍ່ກົດໝາຍ ແລະ ຂັດຕໍ່ຄຳສັ່ງຂອງລັດຖະ ບານມຽນມາໃນເວລານີ້.

ນອກຈາກນີ້, ນາງ ທູຊາ ວິນ ລວິນ ມິສຢູນີເວີດມຽນມາ 2020 ທີ່ເດີນທາງເຂົ້າປະກວດ Miss Universe 2020 ທີ່ປະເທດອາເມລິກາ ໃນຮອບຊຸດປະຈຳຊາດນາງໄດ້ສື່ສານໃຫ້ຄົນທົ່ວໂລກຮັບຮູ້ດ້ວຍການຍົກປ້າຍ “Pray for Myanmar” ແລະ ມີຂໍ້ມູນເປີດເຜີຍວ່າຫຼັງຈາກຈົບການປະກວດແລ້ວ ນາງຈະເດີນທາງໄປທີ່ນິວຢອກ ເພື່ອໄປຫາ ບິວຕີ້ ເພື່ອນຊາວມຽນມາທີ່ເປັນນາງແບບໃນສັງກັດແຫ່ງໜຶ່ງ ແລະ ຈະເຮັດວຽກຮ່ວມກັນໃນງານ ນິວຢອກແຟຊັ່ນວີກ ທີ່ກຳລັງຈະເກີດຂຶ້ນ ຈົນກວ່າສະພາບການໃນປະເທດຈະດີຂຶ້ນ.

ເພື່ອຮຽກຮ້ອງສັນຕິພາບໃຫ້ກັບມຽນມາ ເຮັດໃຫ້ປັດຈຸບັນນາງງາມທັງ 2 ຫຼັງຈາກສຳເລັດການປະກວດພວກນາງບໍ່ສາມາດກັບຄືນບ້ານເກີດເມືອນອນໄດ້ ເນື່ອງຈາກເປັນຫ່ວງຄວາມປອດໄພ ແລະ ພວກນາງໄດ້ຖືກອອກໝາຍຈັບຈາກລັດຖະບານມຽນມາຮຽບ ຮ້ອຍແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...