ຊາວອິນໂດເນເຊຍ ເກືອບ 84,000 ຄົນ ໄຮ້ທີ່ຢູ່ອາໄສ ຫລັງແຜ່ນດິນໄຫວຢູ່ແຂວງອາເຈະ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ທັນວາຜ່ານມານີ້ວ່າ ຊາວອິນໂດເນເຊຍ ເກືອບ 84,000 ຄົນ ໄດ້ກາຍເປັນບຸກຄົນໄຮ້ທີ່ຢູ່ອາໄສ ພາຍຫລັງທີ່ເກີດເຫດແຜ່ນດິນໄຫວ ຂະໜາດ 6.5 ແມັກນິຈູດ ຢູ່ແຂວງອາເຈະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດກວ່າ 100 ຄົນ ແລະ ບາດເຈັບອີກຫລາຍຄົນ ໃນອາທິດທີ່ຜ່ານມານີ້ ເຮັດໃຫ້ທາງການກຳລັງປະສົບຄວາມຫຍຸ້ງຍາກ ໃນການໃຫ້ຄວາມຊ່ວຍເຫລືອບັນເທົາທຸກ.

ແນວໃດກໍຕາມ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ລົງຢ້ຽມຢາມປະຊາຊົນ ແລະ ສຳຫລວດພື້ນທີ່ປະສົບໄພ ເມື່ອອາທິດທີ່ຜ່ານມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການຟື້ນຟູຊຸມຊົນ ທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດຄັ້ງນີ້.
559000012841901

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!