Homeຂ່າວຕ່າງປະເທດຍິງໄວຊະລາເກືອບຕົກຕຶກພ້ອມກົງກັນຂະໂມຍ ຫຼັງຂຶ້ນໄປຊັດແວ່ນ

ຍິງໄວຊະລາເກືອບຕົກຕຶກພ້ອມກົງກັນຂະໂມຍ ຫຼັງຂຶ້ນໄປຊັດແວ່ນ

Published on

ອີງຕາມຂ່າວຕ່າງປະເທດລາຍງານໃນວັນທີ 14 ທັນວ່ານີ້ວ່າ: ເມື່ອວັນທີ 10 ທັນວາທີ່ຜ່ານມາ ເວລາປະມານ 10:10 ນາທີ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງເຫດຈາກຊາວບ້ານວ່າ ເກີດເຫດຍິງໄວຊະລາຄົນໜຶ່ງຕົກໄປຢູ່ໃນກົງກັນຂະໂມຍທີ່ຫຼຸດລົງມາຄ້າງຕິ່ງລະບຽງຈາກຊັ້ນ 5 ເຂດຊຸມຊົນຈຽງເຈີຍຫຍວນ ເຂດກູ່ໂຫລວ ເມືອງຫນານຈິງ ມົນທົນຈຽງຊູ ຂອງປະເທດຈີນ

ຫຼັງເຈົ້າໜ້າຕໍາຫຼວດ ແລະໜ່ວຍກູ້ໄປໄປຮອດທີ່ເກີດເຫດ ພົບຍິງໄວຊະລາ ອາຍຸ 66 ປີ ເກາະຢູ່ໃນກົງກັນຂະໂມຍປ່ອງຢ້ຽມທີ່ຫຼຸດອອກມາຄ້າງຢູ່ ຊຶ່ງເຈົ້າໜ້າທີ່ຮີບເຂົ້າຊ່ວຍເຫຼືອຈົນສາມາດພາລົງມາໄດ້ສໍາເລັດ

ໂດຍຍິງຄົນດັ່ງກ່າວເລົ່າວ່າ ແວ່ນປ່ອງຢ້ຽມລະບຽງເປື້ອນ ຈຶ່ງໄດ້ຂຶ້ນໄປຊັດທໍາຄວາມສະອາດ ແຕ່ຄິດບໍ່ເຖິງວ່າກົງເຫຼັກກັນຂະໂມຍຈະຫຼຸດອອກ ແຕ່ໂຊກດີທີ່ຮູອີກ 2 ສົ້ນຍັງແໜ້ນ ຈຶ່ງບໍ່ເຮັດໃຫ້ຕົກລົງມາພື້ນດິນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...