spot_img
Homeຂ່າວຕ່າງປະເທດຊາວອັບການິສະຖານແຄ້ນ! ຖືກອາເມຣິກາຖິ້ມລະເບີດສັງຫານ ເສຍຊີວິດ 30 ກວ່າຄົນ ລວມທັງເດັກນ້ອຍ!

ຊາວອັບການິສະຖານແຄ້ນ! ຖືກອາເມຣິກາຖິ້ມລະເບີດສັງຫານ ເສຍຊີວິດ 30 ກວ່າຄົນ ລວມທັງເດັກນ້ອຍ!

Published on

ສຳນັກຂ່າວເອເອບພີ ລາຍງານວ່າ ໃນຕອນເຊົ້າຂອງວັນທີ 3 ພະຈິກທີ່ຜ່ານມານີ້ ກອງທັບອາກາດສະຫະລັດອາເມຣິກາ ໃນນາມກອງກຳລັງນາໂຕ້ ທີ່ເຂົ້າຄວບຄຸມສະຖານະການ ຢູ່ປະເທດອັບການິສະຖານ ໄດ້ທຳການໂຈມຕີທາງອາກາດ ໃສ່ແຂວງຄຸນດຸສ ທາງພາກເໜືອຂອງອັບການິສະຖານ ສົ່ງຜົນເຮັດໃຫ້ມີພົນລະເຮືອນຜູ້ບໍລິສຸດ ເສຍຊີວິດຢ່າງໜ້ອຍ 30 ຄົນ ຈາກປະຕິບັດການທີ່ອ້າງວ່າ ເພື່ອທຳການແກ້ແຄ້ນ ກໍລະນີກຸ່ມນັກຮົບຕໍລີບັນ ໂຈມຕີທະຫານອາເມຣິກາ ເສຍຊີວິດ 2 ຄົນ ເມື່ອບໍ່ດົນມານີ້.

ທ່ານ ມາມູດ ດານິສ ໂຄສົກປະຈຳແຂວງຄຸນດຸສ ໄດ້ລະບຸວ່າ ພົນລະເຮືອນອັບການິສະຖານ 30 ຄົນ ເສຍຊີວິດໃນປະຕິບັດການຖິ້ມລະເບີດ ແລະ ອີກ 25 ຄົນໄດ້ຮັບບາດເຈັບ ໂດຍໃນບັນດາຜູ້ເສຍຊີວິດນັ້ນ ມີເດັກນ້ອຍເກີດໃໝ່ລວມຢູ່ນຳຫລາຍສິບຄົນ ຊຶ່ງເດັກທີ່ນ້ອຍກວ່າໝູ່ ແມ່ນມີອາຍຸພຽງແຕ່ 3 ເດືອນເທົ່ານັ້ນ, ພວກເຂົາກຳລັງນອນຫລັບຢູ່ໃນເຮືອນ ຕອນທີ່ຖືກໂຈມຕີໂດຍທະຫານພັນທະມິດນາໂຕ້.

ປະຕິບັດການໂຈມຕີດັ່ງກ່າວນີ້ ໄດ້ກະຕຸ້ນເຮັດໃຫ້ເກີດມີການປະທ້ວງ ດ້ວຍຄວາມຄຽດແຄ້ນ ຢູ່ເມືອງເອກຂອງແຂວງຄຸນດຸສ ຊຶ່ງບັນດາຍາດພີ່ນ້ອງ ໄດ້ພາກັນນຳເອົາສົບຂອງເດັກນ້ອຍທີ່ເສຍຊີວິດ ຂຶ້ນໃສ່ລົດກະບະແຫ່ໄປຕາມຖະໜົນສາຍຕ່າງໆທົ່ວເມືອງ.  ທ່ານ ທາຊາ ກຸນ ອາຍຸ 55 ປີ ໜຶ່ງໃນຈຳນວນຜູ້ໂຮມຊຸມນຸມປະທ້ວງ ໄດ້ນຳເອົາສົບສະມາຊິກຄອບຄົວ 7 ຄົນ ໃສ່ລົດ 3 ລໍ້ ມາປະທ້ວງຕໍ່ໜ້າສຳນັກງານເຈົ້າແຂວງຄຸນດຸສ ໄດ້ເວົ້າດ້ວຍຄວາມຄຽດແຄ້ນວ່າ ” ຫົວໃຈຂ້ອຍແຫລະສະຫລາຍ ຂ້ອຍຢາກຮູ້ວ່າ ເປັນຫຍັງເດັກນ້ອຍຜູ້ບໍລິສຸດເຫລົ່ານີ້ຕ້ອງຖືກສັງຫານ, ແລ້ວຢູ່ໃສພວກຕໍລີບັນ ບໍ່ເຫັນມີເລີຍ ມີແຕ່ເດັກນ້ອຍຜູ້ບໍລິສຸດ ທີ່ໄຮ້ດຽງສາເທົ່ານັ້ນ! ”

ດ້ານກຸ່ມນາໂຕ້ ໄດ້ມີຖ້ອຍຖະແຫລງສັ້ນໆຜ່ານທາງທະວິດເຕີ້ ອອກມາຍອມຮັບວ່າ ກອງກຳລັງສະຫະລັດອາເມຣິກາ ເປັນຜູ້ຢູ່ເບື້ອງຫລັງເຫດໂຈມຕີທາງອາກາດດັ່ງກ່າວ ໂດຍລະບຸວ່າ ປະຕິບັດການທາງອາກາດໃນເມືອງຄຸນດຸສ ມີຂຶ້ນເພື່ອປົກປ້ອງ ກອງກຳລັງມິດສະຫາຍທີ່ຖືກໂຈມຕີ ໂດຍທຸກຂໍ້ກ່າວອ້າງກ່ຽວກັບການເສຍຊີວິດຂອງພົນລະເຮືອນ ຈະມີການສືບສວນ.

ສ່ວນທ່ານ ແອັດ ຄາເຕີ້ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາສະແດງຄວາມເສຍໃຈ ຕໍ່ກັບການສູນເສຍກຳລັງພົນຂອງຕົນ ທີ່ຖືກກຸ່ມຕໍລີບັນສັງຫານ ໂດຍບໍ່ໄດ້ເວົ້າເຖິງປະຊາຊົນຊາວອັບການິສະຖານ ຜູ້ເຄາະຮ້າຍຈາກການຖິ້ມລະເບີດຂອງຕົນແຕ່ຢ່າງໃດ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...