spot_img
Homeຂ່າວຕ່າງປະເທດຊາວຫວຽດນາມຈຳນວນຫລາຍ ໂຮມຊຸມນຸມຮຽກຮ້ອງ ປິດໂຮງງານເຫລັກຟໍໂມຊາ ຕົ້ນເຫດປາຕາຍມະຫາສານ!

ຊາວຫວຽດນາມຈຳນວນຫລາຍ ໂຮມຊຸມນຸມຮຽກຮ້ອງ ປິດໂຮງງານເຫລັກຟໍໂມຊາ ຕົ້ນເຫດປາຕາຍມະຫາສານ!

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 2 ຕຸລາຜ່ານມານີ້ວ່າ ຊາວຫວຽດນາມຈຳນວນຫລາຍພັນຄົນ ໄດ້ໂຮມຊຸມນຸມໂດຍສັນຕິ ຢູ່ບໍລິເວນດ້ານໜ້າ ໂຮງງານຟໍໂມຊາ ຂອງນັກລົງທຶນຊາວໄຕ້ຫວັນ ທີ່ແຂວງຮາຕິ່ງ ເພື່ອຮຽກຮ້ອງໃຫ້ທາງການ ປິດໂຮງງານດັ່ງກ່າວ ເນື່ອງຈາກຄຽດແຄ້ນກໍລະນີ ການປ່ອຍນ້ຳເປື້ອນສານພິດລົງສູ່ທະເລ ສົງຜົນເຮັດໃຫ້ປາ ແລະ ສັດທະເລຕາຍຈຳນວນມະຫາສານ ໃນເດືອນເມສາທີ່ຜ່ານມາ ອັນເປັນໄພພິບັດທາງລະບົບນິເວດຄັ້ງຮຸນແຮງທີ່ສຸດ ໃນຮອບຫລາຍສິບປີ ສ້າງຄວາມເສຍຫາຍຕໍ່ວິຖີຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນຢູ່ຫລາຍແຂວງ ຕາມແນວຊາຍຝັ່ງທາງພາກກາງຂອງປະເທດ.​

ທັງນີ້ ໂຮງງານດັ່ງກ່າວ ໄດ້ອອກມາຍອມຮັບ ເປັນຜູ້ຮັບຜິດຊອບຕໍ່ມົນລະພິດທີ່ເກີດຂຶ້ນ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈ່າຍເງິນຊົດເຊີຍ ຈຳນວນ 500 ລ້ານໂດລາ ເພື່ອທຳຄວາມສະອາດ ແລະ ຊົດເຊີຍແກ່ຜູ້ໄດ້ຮັບຜົນກະທົບ, ດ້ານທາງການຫວຽດນາມ ໄດ້ລະບຸວ່າ ຈະດຳເນີນການຈ່າຍເງິນຊົດເຊີຍ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບ ພາຍໃນເດືອນຕຸລານີ້ ໃນລະຫວ່າງ 130-1,600 ໂດລາຕໍ່ຄົນ ຊຶ່ງຂຶ້ນຢູ່ກັບການຄິດໄລ່ຄວາມເສຍຫາຍ ທີ່ເກີດຂຶ້ນໃນໄລຍະເດືອນເມສາ-ເດືອນກັນຍາທີ່ຜ່ານມາ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...