spot_img
Homeຂ່າວຕ່າງປະເທດຊາວມຽນມາ 3,000​ ກວ່າຄົນ ຂ້າມຊາຍແດນໄປລີ້ໄພຢູ່ຈີນ ຫລົບໜີການສູ້ຮົບ ຢູ່ພາກເໜືອຂອງປະເທດ

ຊາວມຽນມາ 3,000​ ກວ່າຄົນ ຂ້າມຊາຍແດນໄປລີ້ໄພຢູ່ຈີນ ຫລົບໜີການສູ້ຮົບ ຢູ່ພາກເໜືອຂອງປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ພະຈິກຜ່ານມານີ້ວ່າ ທາງການຈີນ ໄດ້ຈັດສ້າງສູນລີ້ໄພຊົ່ວຄາວ ໃຫ້ແກ່ຊາວມຽນມາ ຈຳນວນຫລາຍກວ່າ 3,000 ຄົນ ຢູ່ບໍລິເວນຊາຍແດນ ຈີນ-ມຽນມາ ຊຶ່ງພາກັນຫລົບໜີຈາກການສູ້ຮົບ ລະຫວ່າງກອງທັບມຽນມາ ແລະ ກຸ່ມຕິດອາວຸດຊົນເຜົ່າສ່ວນນ້ອຍ ທາງພາກເໜືອຂອງປະເທດ, ນອກຈາກນັ້ນ ການສູ້ຮົບດັ່ງກ່າວ ຍັງມີລູກປືນຫລົງໄປຕົກຢູ່ໃນດິນແດນຈີນອີກດ້ວຍ ຊຶ່ງສ້າງຄວາມເສຍຫາຍເລັກໜ້ອຍ, ແນວໃດກໍຕາມ ບໍ່ມີຜູ້ເສຍຊີວິດຈາກລູກຫລົງດັ່ງກ່າວ.

ປັດຈຸບັນ ຈີນໄດ້ເພີ່ມທະວີສະພາວະຕິດຕາມເຫດການສູ້ຮົບດັ່ງກ່າວ ຢູ່ບໍລິເວນຊາຍແດນຢ່າງໃກ້ຊິດ ໂດຍໄດ້ສັ່ງໃຫ້ກອງທັບຢູ່ໃນທ່າກຽມພ້ອມຂັ້ນສູງ ແລະ ຍັງໄດ້ຮຽກຮ້ອງໃຫ້ທຸກຝ່າຍຂອງມຽນມາ ລະງັບການຕໍ່ສູ້ ແລະ ຄວາມຮຸນແຮງດັ່ງກ່າວ, ທັງນີ້ ກຸ່ມຕິດອາວຸດຊົນເຜົ່າສ່ວນນ້ອຍ ຈຳນວນ 4 ກຸ່ມ ໄດ້ດຳເນີນການໂຈມຕີ ກອງກຳລັງທະຫານກອງທັບມຽນມາ ຢູ່ບໍວິເວນພາກເໜືອຂອງປະເທດ ຊຶ່ງເປັນການທຳລາຍແຜນການຂໍ້ຕົກລົງສັນຕິພາບ ທີ່ລັດຖະບານມຽນມາຊຸດປັດຈຸບັນ ໄດ້ຕັ້ງເປົ້າໝາຍເອົາໄວ້.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...