spot_img
Homeຂ່າວທ້ອງຖິ່ນຊາວນາເມືອງຈຳພອນ ເກັບກ່ຽວເຂົ້ານາປີ ສຳເລັດແລ້ວ 80%

ຊາວນາເມືອງຈຳພອນ ເກັບກ່ຽວເຂົ້ານາປີ ສຳເລັດແລ້ວ 80%

Published on

ຂປລ. ຕາມການລາຍງານຂອງ ​ເຈົ້າ​ໜ້າ​ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈຳພອນ ໃນວັນທີ 14 ພະຈິກ 2016 ນີ້ວ່າ: ປັດຈຸບັນ ຊາວນາຊາວກະສິກອນ ເມືອງຈໍາພອນ ສາມາດເກັບກ່ຽວ​ເຂົ້ານາ​ປີ​ ສໍາ​ເລັດແລ້ວ 16.440 ເຮັກຕາ, ເທົ່າກັບ 80% ຂອງເນື້ອທີ່ປະຕິບັດໄດ້ 20.550 ເຮັກຕາ.

ຄຽງຄູ່ກັບການເກັບກ່ຽວເຂົ້ານາປີແລ້ວ, ຊາວນາຊາວກະສິກອນ ຍັງໄດ້ເກັບກູ້ພືດສຳຮອງ ໃນລະດູຝົນສາມາດເກັບກູ້ ໄດ້ແລ້ວ 1.006 ເຮັກຕາ, ເທົ່າກັບ 82,13%. ນອກນັ້ນ ສຳລັບການເກັບກ່ຽວ ເຂົ້ານາປິ ໂຄງການລຶບລ້າງຄວາມທຸກຍາກ ຈຸດສຸມຄຳປາແໜ ກໍ່ໄດ້ທຳການເກັບກ່ຽວເຂົ້ານາປີ ໄດ້ແລ້ວ 90%, ສ່ວນການຜະລິດເຂົ້າເປັນສິນຄ້າສົ່ງອອກ ສ.ປ ຈີນ ບັນລຸ 34 ເຮັກຕາ, ເທົ່າກັບ 30% ຂອງເນື້້ອທີ່ປະຕິບັດ.

 

ແຫລ່ງຂ່າວ:

ຂປລ

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...