spot_img
Homeຂ່າວຕ່າງປະເທດຊາວຊາວຈີນ ຖືກບາເບວ ໜັກ 100 ກິໂລທັບຄໍຈົນເສຍຊີວິດ

ຊາວຊາວຈີນ ຖືກບາເບວ ໜັກ 100 ກິໂລທັບຄໍຈົນເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ກຸມພາ 2023 ຜ່ານມາ, ເກີດເຫດສະຫຼົດ! ທີ່ສະຖານທີ່ອອກກຳລັງກາຍແຫ່ງໜຶ່ງ ໃນນະຄອນອູ່ຫັ່ນ ເຂດຫູເປຍ ປະເທດຈີນ ຫຼັງມີຊາຍຊາວຈີນອາຍຸ 25 ປີ ຖືກບາເບວ ( ອຸປະກອນອອກກຳລັງກາຍ) ນ້ຳໜັກ 100 ກິໂລກຼາມ ທັບທີ່ຄໍ ແຕ່ຕົນເອງກໍພະຍາຍາມຍົກຂຶ້ນແຕ່ເປັນພົນ ຈົນໃນທີ່ສຸດພະນັກງານປະຈຳບ່ອນອອກກກຳລັງກາຍໄດ້ມາເຫັນຈຶ່ງພາກັນເຂົ້າໄປຊ່ວຍເຫຼືອ ແລະ ນຳໂຕສົ່ງໂຮງໝໍ.

ເຫດການດັ່ງກ່າວເຜີຍແຜ່ໃຫ້ເຫັນຈາກຄລິບວີດີໂອຊອງຊາຍຊາວຈີນທີ່ກຳລັງນັ່ງຢູ່ຕັ່ງຂອງອຸປະກອນການຍົກນ້ຳໜັກ ຈາກນັ້ນຕົນເອງໄດ້ຍົກ ບາເບວ ນ້ຳໜັກ 100 ກິໂລອອກຈາກບ່ອນຮອງຮັບໜ້າໜັກ ແລະ ໄດ້ເລື່ອນມາໄວ້ເທິງໜ້າເອິກ ເພື່ອກຽມຍົກຂຶ້ນລົງ ແຕ່ເຫດການບໍ່ຄາດຄິດກໍເກີດຂຶ້ນ ລາວຍົກບາເບວຂຶ້ນບໍ່ໄດ້ ແລະ ແຂນສັ່ນຢ່າງຮຸນແຮງ ກ່ອນທີ່ດ້າມຈັບຈະເລື່ອນຈາກສ່ວນໜ້າເອິກລົງໄປທັບທີ່ຄໍ ຈາກນັ້ນກໍພະຍາຍາມຍົກບາເບລຂຶ້ນໄວ້ເທິງບ່ອນຮອງນ້ຳໜັກແຕ່ບໍ່ເປັນຜົນ ຈົນຈະໝົດສະຕິ ແລະ ກວ່າຈະມີຄົນມາເຫັນເຫດການກະຜ່ານໄປ 2 ນາທີກວ່າໄດ້ພາກັນຍົກອອກແລ້ວນຳໂຕຊາຍດັ່ງກ່າວສົ່ງໂຮງໝໍ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

ທາງສະຖານທີ່ເກີດເຫດບໍ່ໄດ້ອອກມາຊີ້ແຈງວ່າເປັນຫຍັງຄືບໍ່ມີພະນັກງານເບິ່ງແຍງ ໃນຂະນະທີ່ຜູ້ເສຍຊີວິໃຊ້ອຸປະກອນຍົກນ້ຳໜັກເຊິ່ງມີຄວາມສ່ຽງສູງ ສ່ວນເຈົ້າໜ້າທີ່ຕຳຫຼວດເລັ່ງສືບສວນເຫດການດັ່ງກ່າວຄາດວ່າເປັນຄວາມປະມາດຂອງສະຖານທີ່ອອກກຳລັງກາຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...