spot_img
Homeຂ່າວຄາດຕະກຳຊາຍອາຍຸ 34 ປີກໍ່ເຫດຂົ່ມຂືນ ແລ້ວ ຄາດຕະກຳ

ຊາຍອາຍຸ 34 ປີກໍ່ເຫດຂົ່ມຂືນ ແລ້ວ ຄາດຕະກຳ

Published on

ຕາມການລາຍງານ ປກກສ ແຂວງຫົວພັນໃຫ້ຮູ້ວ່າ: ໃນວັນທີ 17 ກໍລະກົດ 2022 ທີ່ຜ່ານມາ ໄດ້ມີຄົນພົບສົບຜູ້ຍິງທີ່ຊື່ວ່າ ນາງ ທອນ ອາຍຸ 40 ປີ, ປະຊາຊົນບ້ານພູນຊານ ເມືອງວຽງໄຊ ແຂວງຫົວພັນ ຖືກຄາດຕະກຳ ຢູ່ແຄມນໍ້າຊານ ຕໍ່ມາ ໃນວັນທີ 18 ກໍລະກົດ ຜູ້ຖືກຫາຊື່ ທ້າວ ແສງແກ້ວ ອາຍຸ 34 ປີ ຄົນບ້ານດຽວກັນ ໄດ້ເຂົ້າມອບຕົວຕໍ່ເຈົ້າຫນ້າທີ່.

ຜ່ານການສືບສວນຂອງເຈົ້າໜ້າທີ່, ຜູ້ຖືກຫາ ໄດ້ສາລະພາບວ່າ: ໃນປີ 2021 ໄດ້ພະຍາຍຍາມຂົ່ມຂຶ່ນ ນາງ ທອນ ແຕ່ບໍ່ສຳເລັດ ໃນຄັ້ງນັ້ນ ໄດ້ເສຍເງິນ 2ລ້ານກີບ ເພື່ອປົວແປງຈິດໃຈ, ຈາກນັ້ນມາ ທ້າວ ແສງແກ້ວເກີດມີແນວຄິດຖ້າເສຍເງີນແລ້ວ ກໍຕ້ອງຂົ່ມຂື່ນໃຫ້ສຳເລັດຈັກຄັ້ງໃນມື້ໃດມື້ຫນຶ່ງ. ຕົກມາໃນວັນທີ 16 ກໍລະກົດ 2022 ທ້າວ ແສງແກ້ວ ໄດ້ເຫັນ ນາງ ທອນ ໄປເກືອໄກ່ຢູ່ສະນຳ ໃກ້ກັບບ້ານພູຊານ, ເມື່ອເຫັນແນວນັ້ນ ຈິ່ງໄດ້ກິນເຫລົ້າຈົນເມົາ ຮອດເວລາ 12:00 ໂມງ ຂອງວັນດຽວກັນ ຈິ່ງຂີ່ລົດຈັກໄປຫາຢູ່ສະນຳ ເພື່ອຈະໄປຂົ່ມຂືນ ແຕ່ບໍ່ເຫັນ, ຈິ່ງກັບມາກິນເຫລົ້າ ຕໍ່ຮອດເວລາປະມານ 18:00 ໂມງ ຂອງວັນດຽວກັນ ໄດ້ໄປສົ່ງພີ່ນ້ອງ ທາງດຽວກັບທາງໄປສະນຳ ນາງທອນ, ພໍສົ່ງພີ່ນ້ອງແລ້ວ ຈິ່ງຂີ່ລົດໄປຊອກຫາ ນາງທອນ ຢູ່ສະນຳ ໃນຂະນະນັ້ນ ໄດ້ພົບເຫັນ ກຳລັງຈະກັບເຮືອນ ຈຶ່ງຂວາງ ນາງ ທອນ ໄວ້ຂໍເສບສົມ ແຕ່ຖືກປະຕິເສດ, ທ້າວ ແສງແກ້ວ ຈິ່ງແກ່ແຂນໄປຫາຫ້ວຍນໍ້າ ນາງ ທອນ ໄດ້ຈັບພ້າຂໍ ອອກມາຈາກກະຕ່າຂຶ້ນມາຂູ່ ແຕ່ຖືກຍາດເອົາພ້າ ແລ້ວໂຍນຖີ້ມ ຈຶ່ງລົງມືຂົ່ມຂືນສຳເລັດ 1 ຄັ້ງ.

ພາຍຫລັງຂົ່ມຂືນ ນາງ ທອນເວົ້າວ່າ ຈະໄປແຈ້ງຄວາມ ເມື່ອເປັນແນວນັ້ນ ຈິ່ງເຕະ ນາງ ທອນ ລົ້ມລົງ ແລ້ວບີບຄໍ ປະມານ 5 ນາທີ ແຕ່ຍັງມີການເຫນັງຕິງຢູ່ ຈິ່ງເຕະເຂົ້າບໍລິເວນກ້ານຄໍ ແລະ ໃບຫນ້າ ຫລາຍຄັ້ງ ພາຍຫລັງເສຍຊີວິດແລ້ວ ກໍນຳສົບໄປຖິ້ມຢູ່ແຄມນໍ້າ ເກັບເອົາເກີບ ແລະ ກະຕ່າ ຜູ້ເສຍຊີວິດມາໄວ້ຖຽງ ແລ້ວກັບເຮືອນ ຮອດວັນທີ 18 ກໍລະກົດ 2022 ຜູ້ກ່ຽວເລົ່າສູ່ຄອບຄົວ ແລະ ເຂົ້າມອບຕົວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...