spot_img
Homeຂ່າວຕ່າງປະເທດຊາຍສູງອາຍຸຊາວອິນໂດເນເຊຍທ້ອນເງິນໄວ້ຕຽງນອນໄດ້ 100 ກວ່າລ້ານຣູເປຍ

ຊາຍສູງອາຍຸຊາວອິນໂດເນເຊຍທ້ອນເງິນໄວ້ຕຽງນອນໄດ້ 100 ກວ່າລ້ານຣູເປຍ

Published on

ຊາຍສູງອາຍຸສັນຊາດອິນໂດເນເຊຍ ເປີດເຜີຍຄວາມລັບວ່າທ້ອນເງິນໄວ້ຕຽງນອນມາຫຼາຍປີ ຈຶ່ງໃຫ້ພີ່ນ້ອງ ໝູ່ ແລະ ຄົນບ້ານໃກ້ເຮືອນຄຽງ ຮວມກັນ 20 ກວ່າຄົນ ຊ່ວຍກັນນັບເງິນໝົດມື້ ສະຫຼຸບລວມຍອດ 100 ກວ່າລ້ານຣູເປຍ.

ຕາມການລາຍງານຂອງສຳນັກຂ່າວອິນໂດເນເຊຍ ໄດ້ລາຍງານວ່າ: ຊາຍອາຍຸ 74 ປີ ເກັບເງິນສ່ວນໂຕໄວ້ຕຽງນອນເປັນເວລາຫຼາຍປີ ຫຼ້າສຸດຕົນບໍ່ສະບາຍຈຶ່ງໄດ້ບອກກັບຄວາມຄົວເລື່ອງເກັບເງິນ ແລະ ເມື່ອຄອບຄົວເປີດຕຽງນອນເບິ່ງ ຈຶ່ງພົບເຫັນເງິນຈຳນວນຫຼາຍ ຈົນຕ້ອງໄດ້ເອີ້ນຄົນຫຼາຍກວ່າ 20 ຄົນມານັບຊ່ວຍກັນ.

ຊາຍສູງອາຍຸໄດ້ບອກວ່າ ໃນປີ 2013 ຕົນໄດ້ເລີ່ມບັນທຶກລາຍໄດ້ຕໍ່ເດືອນຂອງລາວ ຈາກນັ້ນກໍນຳເອົາເງິນມາມັດ ແລ້ວເຊື່ອງໄວ້ຢູ່ກະປ໋ອງ ກ່ອງ ຖັງເຫຼັກ ແລະ ຫຼາຍທີ່ສຸດແມ່ນຢູ່ຕຽງ ຈົນ 10 ປີຕໍ່ມາຈຶ່ງໄດ້ບອກເລື່ອງດັ່ງກ່າວຕໍ່ຫຼານຊາຍຂອງລາວ ເພາະຕົນບໍ່ສະບາຍ.

ຜູ້ເປັນຫຼານກໍ່ປະຫຼາດໃຈ ແລະ ບໍ່ຮູ້ເລີຍວ່າພໍ່ເຖົ້າຂອງຕົນຈະທ້ອນເງິນມາເປັນ 10 ປີ ແລະ ສຳຄັນທີ່ສຸດຄືພໍ່ເຖົ້າບໍ່ເຄີຍລັອກປະຕູຫ້ອງ ແຕ່ຍັງສາມາດເກັບເງິນໄວ້ໄດ້ຢ່າງປອດໄພ.

ຈາກການນັບເງິນສະຫຼຸບແລ້ວ ໃນນັ້ນມີປະມານ 10 ລ້ານຣູເປຍອິນໂດເນເຊຍ ຫຼື ປະມານ 11 ລ້ານກີບ ເປັນເງິນສະໄໝກ່ອນທີ່ໄດ້ຢຸດນຳໃຊ້ແລ້ວ ແລະ ມີເງິນທີ່ປັດຈຸບັນຍັງນຳໃຊ້ຢູ່ປະມານ 100 ລ້ານລ້ານຣູເປຍ ຫຼື 118 ລ້ານກີບ ກໍໄດ້ນຳເອົາເງິນຈຳນວນນັ້ນເຂົ້າທະນາຄານ.

ທີ່ມາ The Thaiger

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...