spot_img
Homeຂ່າວພາຍ​ໃນຊາຍຊາວອິນເດຍເປັນອຳມະພຶກມາ 5 ປີ ແຕ່ອາການດີຂຶ້ນ ຫຼັງໄດ້ສັກວັກຊີນກັນໂຄວິດ-19

ຊາຍຊາວອິນເດຍເປັນອຳມະພຶກມາ 5 ປີ ແຕ່ອາການດີຂຶ້ນ ຫຼັງໄດ້ສັກວັກຊີນກັນໂຄວິດ-19

Published on

ຊາຍຊາວອິນເດຍປະສົບອຸບັດຕິເຫດທາງລົດໃຫຍ່ຈົນຕ້ອງເຮັດໃຫ້ເປັນອຳມະພຶກ ແລະ ບໍ່ສາມາດເວົ້າໄດ້ມາດົນກວ່າ 5 ປີ ແຕ່ວ່າຢູ່ດີໆ ຮ່າງກາຍຂອງເຂົາກໍດີຂຶ້ນຫຼັງໄດ້ສັກວັກຊີນກັນໂຄວິດ-19

ທ້າວ ມັນດາ ອາຍຸ 55 ປີ ຈາກລັດຈາຮາດ ໄດ້ບອກວ່າ ການຮັບສັກວັກຊີນເປັນສິ່ງທີ່ປະເສີດທີ່ສຸດໃນຊີວິດທີ່ເຄີຍເກີດຂຶ້ນກັບໂຕເຂົາເອງເລີຍກໍວ່າໄດ້ ມັນດາປະສົບອຸບັດຕິເຫດລົດໃຫຍ່ເມື່ອ 5 ປີ ທີ່ແລ້ວ ເຮັດໃຫ້ຮ່າງກາຍເປັນອຳມະພຶດ ສ່ວນຂາໃຊ້ງານບໍ່ໄດ້ ແລະ ສູນເສຍຄວາມສາມາດທາງການເວົ້າອີກດ້ວຍ.

ແຕ່ຫຼັງຈາກທີ່ເຂົາໄດ້ເດີນທາງໄປສັກວັກຊີນກັນໂຄວິດ-19 ໃນວັນທີ 4 ເດືອນມັງກອນ ທີ່ຜ່ານມາ ຂາຂອງມັນດາກໍເລີ່ມກັບມາຮູ້ສຶກ ແລະ ເໜັງຕີງໄດ້ອີກຄັ້ງ ຈົນຕອນນີ້ເຂົາສາມາດລຸກອອກຈາກຕຽງ ແລະ ເວົ້າໄດ້ເປັນປົກກະຕິແລ້ວ. ເຊິ່ງວັກຊີນທີ່ເຂົາສັກເປັນຊະນິດແອສຕຣາເຊເນກາ ທີ່ຜະລິດໃນປະເທດອິນເດຍ ເຊິ່ງໄດ້ຮັບການຮັບຮອງຈາກອົງການອະນາໄມໂລກເມື່ອເດືອນ ກຸມພາ ປີທີ່ແລ້ວເປັນ 1 ໃນ 2 ວັກຊີນຮ່ວມກັບ ໂຄວາຊິນ (Covaxin) ວັກຊີນເຊື້ອຕາຍສັນຊາດອິນເດຍທີ່ຖືກໃຊ້ກັບປະຊາກອນອິນເດຍຫຼາຍທີ່ສຸດ.

ຢ່າງໃດກໍຕາມ ທາງແພດຜູ້ຊຽວຊານກໍຍັງບໍ່ສາມາດລະບຸສາເຫດໄດ້ ດັງນັ້ນຈຶ່ງໄດ້ມີການລວບລວມທີມແພດເພື່ອວິເຄາະປະວັດທາງການແພດຂອງ ນັນດາ ແລະ ສືບຫາຄວາມຈິງວ່າມັນເກີດຫຍັງຂຶ້ນ.

ຂໍ້ມູນຈາກ: odditycentral.com

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...