spot_img
Homeຂ່າວຕ່າງປະເທດຊາຍຈີນຊ໊ອກ! ມັກກິນປາດິບຫລາຍ ກວດພົບມີພະຍາດທົ່ວຮ່າງກາຍ!

ຊາຍຈີນຊ໊ອກ! ມັກກິນປາດິບຫລາຍ ກວດພົບມີພະຍາດທົ່ວຮ່າງກາຍ!

Published on

 

ສຳນັກຂ່າວຕ່າງປະເທດ ໄດ້ເປີດເຜີຍເລື່ອງລາວຂອງຊາຍຈີນຄົນໜຶ່ງ ຈາກເມືອງກວາງໂຈວ ແຂວງກວາງຕຸ້ງ ເຊິ່ງເປັນ

ຄົນທີ່ມັກການຮັບປະທານປາດິບຫລາຍ ໂດຍເຂົາຈະກິນປາດິບຢ່າງເປັນປະຈຳ ຈົນກະທັງມື້ໜຶ່ງ ເຂົາເກີດອາການປວດ

ທ້ອງ ແລະ ຄັນຄາຍຕາມຜິວໜັງໂດຍບໍ່ຮູ້ສາເຫດ ຈິ່ງຟ້າວໄປພົບແພດເພື່ອຂໍກວດເບິ່ງອາການທີ່ໂຮງໝໍແຂວງກວາງ

ໂຈວ ເຊິ່ງພາຍຫລັງແພດໄດ້ສ່ອງໄຟຟ້າເບິ່ງແລ້ວກໍພົບວ່າ ມີພະຍາດກະຈາຍຢູ່ເຕັມທົ່ວຮ່າງກາຍຂອງລາວ.

 

ທັງນີ້ ແພດເຊື່ອວ່າພະຍາດເຫລົ່ານີ້ ແມ່ນໜ້າຈະມາຈາກການຮັບປະທານປາດິບຍີ່ປຸ່ນທີ່ບໍ່ສະອາດ ແລະ ມີໄຂ່ຂອງພະ

ຍາດເຊິ່ງຜູ້ຊ່ຽວຊານໄດ້ອະທິບາຍວ່າ ປາທະເລເຊັ່ນປາແຊວມອນ ທີ່ກິນໄຂ່ພະຍາດເຂົ້າໄປແລ້ວ ພະຍາດຈະໄປຕິດຢູ່ໃນ

ລຳໄສ້ຂອງປາ ກ່ອນທີ່ຈະລາມໄປຫາຊີ້ນຂອງປາ ແລະ ເມື່ອມີຄົນກິນປາດິບເຂົ້າໄປ ກໍຈະຮັບເອົາພະຍາດນັ້ນເຂົ້າສູ່ຮ່າງ

ກາຍດ້ວຍ ໂດຍມັນຈະແຊກຊຶມໄປທົ່ວຮ່າງກາຍ ເຊິ່ງບໍ່ພຽງແຕ່ວ່າຈະຢູ່ແຕ່ລະບົບທາງເດີນອາຫານເທົ່ານັ້ນ ພະຍາດ

ເຫລົ່ານີ້ສາມາດມີຊີວິດຢູ່ໄດ້ຫລາຍປີ ໃນຂະນະທີ່ຜູ້ທີ່ມີພະຍາດໃນຮ່າງກາຍອາດຈະບໍ່ຮູ້ສຶກໂຕ ແລະ ບໍ່ມີອາການໃດໆ

ຜິດປົກກະຕິຢູ່ດົນຫລາຍເດືອນ ຈົນກະທັງເມື່ອເລີ່ມສະແດງອາການຜິດປົກກະຕິ ກໍໝາຍເຖິງພະຍາດໄດ້ລຸກລາມ

ແຜ່ອອກໄປທົ່ວຮ່າງກາຍແລ້ວ ແລະ ຈະເປັນອັນຕະລາຍເຖິງຊີວິດ ຫາກພະຍາດເຂົ້າກະແສເລືອດ ແລະ ສະໝອງ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...