ຈູດທໍາລາຍສວນກະທ່ອມທີ່ປະຊາຊົນລັກປູກ

0
590

ວັນທີ 28 ພະຈິກ 2022, ຫ້ອງການກວດກາ ແລະ ຄວບຄຸມຢາເສດຕິດ ສົມທົບກັບ ກອງບັນຊາການ ປກສ ເມືອງສັງທອງ ນະຄອນວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທໍາລາຍສວນກະທ່ອມ ທີ່ປະຊາຊົນບ້ານໄຮ່ໃຕ້ ເມືອງສັງທອງ ລັກປູກ ລວມທັງໝົດ 110 ຕົ້ນ; ນໍາພາໂດຍ ພັທ ປານີ ສຸດສະຫວັດ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ, ມີເຈົ້າໜ້າທີ່ກ່ຽວຂອງ ພ້ອມດ້ວຍອໍານາດການປົກຄອງບ້ານ, ປກຊ-ປກສ ບ້ານເຂົ້າຮ່ວມທໍາລາຍ.

ພັທ ສີວິໄລ ພູມສະຫວັດ ກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານວ່າມີປະຊາຊົນຢູ່ເຂດບ້ານໄຮ່ໃຕ້ລັກລອບປູກຕົ້ນກະທ່ອມ; ຈາກນັ້ນ, ກອງບັນຊາການ ປກສ ເມືອງຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມກັບ ກັບ ປກສ ກຸ່ມ III ແລະ ການຈັດຕັ້ງບ້ານໄຮ່ໃຕ້ກວດກາຕົວຈິງ.

ຜ່ານການກວດກາ ຈຶ່ງສາມາດເກັບກຳຕົ້ນກະທ່ອມໄດ້ທັງໝົດ 110 ຕົ້ນທີ່ທ້າວ ສອນໄຊ ອາຍຸ 47 ປີ ແລະ ນາງ ຊຳ ອາຍຸ 22 ປີ ທັງສອງເປັນຜົວເມຍກັນ ຢູ່ບ້ານໄຮ່ໃຕ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ລັກປູກ; ປັດຈຸບັນເຈົ້າໜ້າທີ່ພວກເຮົາໄດ້ຕັດ ແລະ ຂຸດຮາກຂຶ້ນຈາກດິນແລ້ວໃຊ້ໄຟເຜົາຖິ້ມ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີນໍາໃບໄປຕົ້ມດື່ມ, ຂາຍ ຫຼື ນໍາໄປປູກຄືນໃໝ່.

ທ້າວ ສອນໄຊ ແລະ ນາງ ຊໍາ ຍອມຮັບຕໍ່ເຈົ້າໜ້າທີ່ວ່າ: ພາຍຫຼັງເຫັນໂຄສະນາຂາຍຕົ້ນກະທ່ອມຢູ່ ເຟສບຸກຂອງຄົນໄທ ທີ່ໂຄສະນາຂາຍເຄື່ອງອອນລາຍແລ້ວ ຈຶ່ງມີແນວຄິດຢາກປູກ ຈຶ່ງໄດ້ສັ່ງຊື່ຕົ້ນກະທ່ອມຜ່ານທາງເຟດບຸກດັ່ງກ່າວ ຈໍານວນ 120 ຕົ້ນມາປູກໄວ້ດິນຄັງຂອງຕົນເອງໃນເນື້ອທີ່ປະມານເຄິ່ງໄລ່ ໃນເດືອນເມສາ 2022 ຜ່ານການປູກເບ້ຍກະທ່ອມຕາຍ 10 ຕົ້ນຍັງເຫຼືອ 110 ຕົ້ນ. ພໍຮອດວັນທີ 11 ຕຸລາ 2022, ຈຶ່ງຖືກເຈົ້າໜ້າກວດພົບເຫັນ.

ພັທ ສີວິໄລ ພູມສະຫວັດ ກ່າວຕື່ມວ່າ: ການທີ່ປູກຕົ້ນກະທ່ອມ ຫຼື ມີໄວຄອບຄອງ ແມ່ນຜິດຕໍ່ລະບຽບກົດໝາຍ ແລະ ແຈ້ງການຂອງລັດຖະມົນຕີກະຊວງ ປກສ ວາງອອກກ່ຽວກັບການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຂອບກອງ, ນຳເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີ ສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ; ສະນັ້ນ, ເມື່ອພົບເຫັນຈຶ່ງນໍາມາທຳລາຍຖິ້ມ ແລະ ນຳຕົວຜູ້ກະທຳຜິດມາລົງໂທດຕາມກົດໝາຍ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News