spot_img
Homeຂ່າວທ້ອງຖິ່ນຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ເມືອງກາສີ ແຂວງວຽງຈັນ

ຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ເມືອງກາສີ ແຂວງວຽງຈັນ

Published on

ໃນວັນທີ 23 ພຶດສະພາ 2023 ຜ່ານມາ, ທີມງານກວດກູ້ລະເບີດເພື່ອມະນຸດສະທຳກອງທັບ (ກອງ 58) ໄດ້ຈັດພິທີຈູດທຳລາຍລະເບີດບໍ່ທັນແຕກທີ່ຕົງຄ້າງແຕ່ປາງສົງຄາມ. ໂດຍມີຄະນະກຳມະການຄຸ້ມຄອງລະເບີດບໍ່ທັນແຕກທີ່ຕົກຄ້າງ ຂັ້ນແຂວງ-ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທ່ານ ພັຕ ສອນສີ ບູລິໄຕ ວິຊາການກວດກູ້ ແລະ ທຳລາຍລະເບີດເພື່ອມະນຸດສະທຳກອງທັບໄດ້ໃຫ້ສຳພາດວ່າ: ລະເບີດບົ່ມບີ່ 250 ປອນ ແມ່ນພົບຢູ່ທີ່ບ້ານ ໂພນສະຫວາດ ເມືອງກາສີ ເຊີ່ງທາງທີມງານໄດ້ເຄື່ອນຍ້າຍມາທຳລາຍຢູ່ສະໜາມບ້ານນາຊູ (ເຂດລ້ອງໝາກໝີ້) ເມືອງກາສີ ແຂວງວຽງຈັນ.

ສຳລັບການທຳລາຍແມ່ນຮັບປະກັນຄວາມປອກໄພໄດ້ 100%, ນອກຈາກນີ້ກໍ່ໄດ້ມີປະຊາຊົນຜູ້ທີ່ທຳການຜະລິດໃນເຂດດັ່ງກ່າວໄດ້ພົບເຫັນລະເບີດປະເພດບົ່ມບີ່ ຈໍານວນ 1 ລູກທາງທີມງານກໍ່ໄດ້ແກ້ໄຂ ແລະ ທຳລາຍກັບທີ່ໄດ້ສຳເລັດ ພ້ອມນີ້ທ່ານກໍຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງຜູ້ທີ່ໃຫ້ທຶນກໍ່ຄືອົງການໄຂ່ວກ໋າ, ອົງການສະຫະປະຊາຊາດ ແລະ ອົງການ ຄຊກລ ທີ່ສະໜັບສະໜູນດ້ານທຶນຮອນໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ມີຜົນສຳເລັດ.

ແຫຼ່ຂ່າວ: ຫ້ອງການຖະແຫຼ່ງຂ່າວເມືອງ ກາສີ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...