ຈີນ-ອິນເດຍ ເສຍຊີວິດຈາກອາກາດເປັນພິດ 2 ລ້ານກວ່າຄົນ

0
1566

ແຊນແນວນິວເອເຊຍ ລາຍງານເມື່ອວັນທີ 15 ກຸມພາ 2017 ຜ່ານມາວ່າ ປະເທດຈີນ ແລະອິນເດຍ ມີຈຳນວນຜູ້ເສຍຊີວິດ ລວມກັນຈາກມົນລະພາວະອາກາດເປັນພິດ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນຜູ້ເສຍຊີວິດທົ່ວໂລກ

ສະຖາບັນຜົນກະທົບຕໍ່ສຸຂະພາບໃນສະຫະລັດ ເຜີຍຜົນການສຶກສາໃນປີ 2016 ມີຈຳນວນຜູ້ເສຍຊີວິດຈາກມົນລະພາວະອາກາດເປັນພິດມີຫຼາຍກວ່າ 4.2 ລ້ານກວ່າຄົນທົ່ວໂລກ ເຊິ່ງຈີນ ແລະອິນເດຍ ມີຜູ້ເສຍຊີວິດລວມກັນເຖິງ 2.2 ລ້ານຄົນໃນປີດັ່ງກ່າວ

 

ຈີນເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບໜຶ່ງຂອງໂລກ ແລະຮອງລົງມາແມ່ນອິນເດຍ ເຊິ່ງທັງສອງປະເທດມີຜູ້ເສຍຊີວິດຈາກມົນລະພາວະເປັນພິດ ປະເທດລະ 1.1 ລ້ານຄົນ

ຜົນການສຶກສາຄັ້ງນີ້ ອ້າງອີງຂໍ້ມູນຈາກໂຄງການ Global Burden of Disease ເຊິ່ງເປັນໂຄງການຈາກມູລະນິທິບິລ ແລະເມລິນດາ ເກດສ໌ ທີ່ວັດຜົນຈາກພຶດຕິກຳມະນຸດ, ການກິນອາຫານ ແລະປັດໄຈແວດລ້ອມຕ່າງໆ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກ 195 ປະເທດທົ່ວໂລກ