spot_img
Homeຂ່າວຕ່າງປະເທດຈີນ-ຣັດເຊຍ ລົງນາມຂໍ້ຕົກລົງ 21 ສະບັບ ລວມທັງການຮ່ວມມື ດ້ານລົດໄຟຄວາມໄວສູງ

ຈີນ-ຣັດເຊຍ ລົງນາມຂໍ້ຕົກລົງ 21 ສະບັບ ລວມທັງການຮ່ວມມື ດ້ານລົດໄຟຄວາມໄວສູງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພະຈິກນີ້ວ່າ ໃນລະຫວ່າງການເດີນທາງຢ້ຽມຢາມຣັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມ  ຈີນ-ຣັດເຊຍ ສະຕະວັດທີ 21 ທີ່ນະຄອນເຊັນປີເຕີສະເບີກ ໃນມື້ວັນຈັນທີ 7 ພະຈິກທີ່ຜ່ານມານີ້ ທ່ານ ຫລີເຄີ່ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ທ່ານ ດິມິທຣີ ເມດເວເດບ ນາຍົກລັດຖະມົນຕີຣັດເຊຍ ໄດ້ຮ່ວມກັນເປັນສັກຂີພິຍານ ໃນການລົງນາມຂໍ້ຕົກລົງການຮ່ວມມືສອງຝ່າຍ ລວມ 21 ສະບັບ ໃນຫລາຍຂົງເຂດ ເພື່ອບັນລຸສັກກະຍະພາບໃໝ່ ທີ່ເກີດຂຶ້ນຈາກການຮ່ວມມືທະວິພາຄີ ອັນຈະເປັນຜົນປະໂຫຍດກັບປະຊາຊົນສອງປະເທດ ຕະຫລອດເຖິງການພັດທະນາ ໃນລະດັບພາກພື້ນ.

ທ່ານ ດິມິທຣີ ເມດເວເດບ ໄດ້ກ່າວວ່າ ສອງຊາດກຳລັງຮ່ວມມືກັນ ໃນການສ້າງພື້ນຖານໂຄງລ່າງຂະໜາດໃຫຍ່, ໂຄງການໄຟຟ້າພະລັງງານນິວເຄລຍ ແລະ ລົດໄຟຄວາມໄວສູງ ໂດຍແຕ່ລະໂຄງການ ມີມູນຄ່າຫລາຍຕື້ໂດລາ, ນອກຈາກນີ້ ຍັງມີການຮ່ວມມືຂົງເຂດອື່ນໆອີກຢ່າງຫລວງຫລາຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...