spot_img
Homeຂ່າວຕ່າງປະເທດຈີນເລັ່ງອອກກົດໝາຍກຳອຳນາດໃນຮົງກົງທັງໝົດ ຫ້າມຈັດການຊຸມນຸມທຸກຮູບແບບ

ຈີນເລັ່ງອອກກົດໝາຍກຳອຳນາດໃນຮົງກົງທັງໝົດ ຫ້າມຈັດການຊຸມນຸມທຸກຮູບແບບ

Published on

ເວັບໄຊຂ່າວ sanook ລາຍງານເມື່ອວັນທີ 22 ພຶດສະພາ ວ່າ ຈີນກຽມສະເໜີຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່ ທີ່ມີເນື້ອໃນຫ້າມປະຊາຊົນຮົງກົງຮ່ວມຕົວປະທ້ວງ ແລະ ຈັດການຊຸມນຸມທຸກຮູບແບບ ເພື່ອຕອບໂຕ້ການປະທ້ວງຕໍ່ຕ້ານຄະນະບໍລິຫານຮົງກົງ ແລະ ລັດຖະບານຈີນແບບທີ່ເຄີຍເກີດຂຶ້ນເມື່ອປີທີ່ຜ່ານມາ ໂດຍເນື້ອໃຈໄດ້ກວມລວມໄປຈົນເຖິງການແບ່ງແຍກດິນແດນ, ການແຊກແຊງຂອງຕ່າງຊາດ, ການກໍ່ການຮ້າຍ ແລະ ກິດຈະກຳຕ່າງໆ ທີ່ສົ່ງຜົນຮ້າຍ ຫຼື ການໂຄ່ນລົ້ມລັດຖະບານຈີນ.

ຮົງກົງມີຄວາມກັງວົນວ່າຈີນກຳລັງຈະຢຶດອຳນາດການບໍລິຫານຮົງກົງທັງໝົດ ຜ່ານການອອກກົດໝາຍ ເຊິ່ງການເຄື່ອນໄຫວດັ່ງກ່າວນີ້ຂອງຈີນ ອາດສົ່ງຜົນເສຍຕໍ່ຮົງກົງໃນຖານະພື້ນທີ່ທີ່ມີຄວາມເສລີພາບທີ່ສຸດຂອງຈີນ ແລະ ໃນຖານະພື້ນທີ່ທີ່ເປັນສູນກາງການເງິນຂອງໂລກແຫ່ງໜຶ່ງ ທັງຍັງສົ່ງຜົນໃຫ້ປະຊາຊົນອອກມາປະທ້ວງອີກຄັ້ງ.

ໂຄສົກສາທາລະນະປະຊາຊົນຈີນ ໃຫ້ຄວາມເຫັນວ່າ ກົດໝາຍດັ່ງກ່າວມີຄວາມຈຳເປັນຕໍ່ຄວາມໝັ້ນຄົງຂອງຊາດ ທັງຍັງເສີມຄວາມເຂັ້ມແຂງໃຫ້ກັບກົນໄກດ້ານກົດໝາຍຂອງຮົງກົງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...