ຈີນຫ້າມນຳໃຊ້ລົດໄຟຟ້າ

0
3276

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ຕຸລານີ້ວ່າ ປະເທດຈີນ ເມືອງເຊິນເຈິ້ນ ມົນທົນກວາງຕຸ້ງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນໄດ້ດຳເນີນການກວດຢຶດພາຫະນະໄຟຟ້າ ທີ່ຝ່າຝືນກົດລະບຽບຂອງໜ່ວຍງານ ທີ່ມີການປະກາດສັ່ງຫ້າມໃຊ້ພາຫະນະໄຟຟ້າ, ເພາະວ່າ ການເຮັດວຽກບໍ່ມີສຽງ (ມິດ) ຈົນເປັນສາເຫດຂອງອັນຕະລາຍ ເປັນຕົ້ນແມ່ນເກີດອຸປະຕິເຫດໄດ້ງ່າຍ ແລະມັກເກີດຂຶ້ນຕະຫຼອດ.

ເຊິ່ງຫຼັງຈາກທີ່ຢຶດໄດ້ ເຈົ້າໜ້າທີ່ຕຳຫຼວດ ໄດ້ນຳເອົາໄປຈອດນຳກັນໄວ້ລານທີ່ກວ້າງເປັນພື້ນທີ່ບໍ່ໄດ້ໃຊ້ງານ ໃນເຂດເປົາອັນ ເມືອງເຊິນເຈິ້ນ ເຊິ່ງຈາກການດຳເນີນການຢ່າງຕໍ່ເນື່ອງ ຈົນເຮັດໃຫ້ພື້ນທີ່ດັ່ງກ່າວມີລົດຫຼາຍ ເຊິ່ງມີທັງລົດຈັກໄຟຟ້າ, ລົດສາມລໍ້ໄຟຟ້າ ແລະລົດອື່ນໆອີກຈົນຊິບໍ່ມີບ່ອນວ່າງ.

ເຊິ່ງສາເຫດທີ່ຫ້າມນໍາໃຊ້ນີ້ ຍ້ອນເພື່ອຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ, ຫຼຸດອຸປະຕິເຫດ ທີ່ເກີດຂຶ້ນຕາມທ້ອງຖະໜົນ