spot_img
Homeຂ່າວຕ່າງປະເທດຈີນສັ່ງປິດເມືອງຮາບິນ! ຫຼັງພົບຜູ້ປ່ວຍໂຄວິດ-19 ທີ່ບໍ່ສະແດງອາການ 1 ຄົນ ແຜ່ເຊື້ອໃຫ້ 78ຄົນ

ຈີນສັ່ງປິດເມືອງຮາບິນ! ຫຼັງພົບຜູ້ປ່ວຍໂຄວິດ-19 ທີ່ບໍ່ສະແດງອາການ 1 ຄົນ ແຜ່ເຊື້ອໃຫ້ 78ຄົນ

Published on

ເຈົ້າໜ້າທີ່ໃນເມືອງຮາບິນ ມົນທົນ ເຮີຍຫຼົງຈຽງ ຂອງຈີນ ເພີ່ມຄວາມເຂັ້ມງວດມາດຕະການເດີນທາງຂອງປະຊາຊົນ ແລະ ການຫ້າມລວມກຸ່ມ ເພື່ອຄວບຄຸມການແຜ່ລະບາດຂອງໄວຣັດໂຄວິດ-19 ຮອບທີ 2 ຫຼັງຈາກພົບຜູ້ປ່ວຍຄົນໜຶ່ງສາມາດແຜ່ເຊື້ອໃຫ້ກັບຄົນອື່ນອີກ 78 ຄົນ ເຊິ່ງໃນ 23 ຄົນ ເປັນຜູ້ປ່ວຍທີ່ບໍ່ສະແດງອາການ.

ການແຜ່ລະບາດໃນຄັ້ງນີ້ເລີ່ມຂຶ້ນຈາກຊາຍສູງໄວຄົນໜຶ່ງ ເຊິ່ງມີຊື່ວ່າ ທ້າວ ເສິນ ອາຍຸ 87 ປີ ທີ່ເຂົ້າຮັກສາຕົວໃນໂຮງໝໍ 2 ແຫ່ງ ຕັ້ງແຕ່ວັນທີ 2 ເມສາທີ່ຜ່ານມາ ຫຼັງຈາກໄປຮ່ວມກິນອາຫານຄໍ່າກັບເພື່ອນບ້ານຂອງລູກຊາຍ ເຊິ່ງພາຍຫຼັງກໍ່ພົບວ່າ ຜູ້ທີ່ຮ່ວມກິນອາຫານຄໍ່າ 2 ຄົນໄດ້ຕິດເຊື້ອເຊັ່ນດຽວກັນ ແລະ ເມື່ອວັນ 21 ເມສາ ທີ່ຜ່ານມາກໍ່ພົບວ່າມີຜູ້ຕິດເຊື້ອທີ່ເລີ່ມຕົ້ນຈາກຜູ້ປ່ວຍ 87 ປີຄົນນີ້ເຖິງ 78 ຄົນ.

ເມືອງຮາບິນເປີດເຜີຍວ່າ ປັດຈຸບັນກຳລັງເຝົ້າລະວັງອາການຂອງຄົນທີ່ສົງໃສວ່າຕິດເຊື້ອປະມານ 1,400 ຄົນ ເຊິ່ງທັງໝົດມີປະຫວັດສຳພັດກັບຜູ້ຕິດເຊື້ອ.

ນອກຈາກນີ້, ເມືອງຮາບິນ ໄດ້ສັ່ງຫ້າມບໍ່ໃຫ້ຄົນ ແລະ ພາຫະນະເຂົ້າໄປໃນເຂດພື້ນທີ່ອຸດສາຫະກຳ ຫຼື ເຂດຊຸມຊົນ ພ້ອມຍັງສັ່ງຫ້າມບໍ່ໃຫ້ມີການຈັດງານດອງ ແລະ ງານປາສະນາກິດສົບ ລວມເຖິງຫ້າມຈັດກິດຈະກຳທີ່ມີຄົນເຂົ້າຮ່ວມຈຳນວນຫຼາຍເຊັ່ນ: ງານກິລາ, ການຊຸມນຸມ, ການສະແດງ ແລະ ຈັດນິເທດສະການຕ່າງໆ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...