spot_img
Homeຂ່າວຕ່າງປະເທດຈີນປະກາດການຕອບໂຕ້ຫຼັງອາເມລິກາຂາຍອາວຸດໃຫ້ໄຕ້ຫວັນ ຊີ້ເປັນຜົນເສຍຕໍ່ກຸ່ມແບ່ງແຍກດິນແດນ

ຈີນປະກາດການຕອບໂຕ້ຫຼັງອາເມລິກາຂາຍອາວຸດໃຫ້ໄຕ້ຫວັນ ຊີ້ເປັນຜົນເສຍຕໍ່ກຸ່ມແບ່ງແຍກດິນແດນ

Published on

ວັນທີ 6 ສິງຫາ 2021 ສໍານັກຂ່າວ ໄທຣັດ ລາຍງານວ່າ ຈີນຄັດຄ້ານການຂາຍອາວຸດຄັ້ງນີ້ ແລະ ສະແດງຄວາມບໍ່ພໍໃຈຢ່າງເປັນທາງການ ເຖິງອາເມລິກາ ໂດຍກະຊວງຕ່າງປະເທດຈີນ ລະບຸ ແລະ ເສີມວ່າ ຈີນຈະໃຊ້ມາດຕະການຕອບໂຕ້ເພື່ອປົກປ້ອງຜົນປະໂຫຍດຕາມກົດໝາຍຂອງປະເທດ.

ການຂາຍອາວຸດດັ່ງກ່າວ ຖືເປັນການຂາຍອາວຸດຄັ້ງທໍາອິດ ໃຫ້ແກ່ໄຕ້ຫວັນ ຂອງອາເມລິກາ ໃນຍຸກການປົກຄອງຂອງປະທານາທິບໍດີ ໂຈ ໄບເດັນ ເຊິ່ງປະກອບດ້ວຍ ປືນໃຫຍ່ຈໍານວນໜຶ່ງ, ຍານພາຫະນະຫຸ້ມເກາະ ແລະ ຊຸດອຸປະກອນທີ່ສາມາດປ່ຽນລູູກປືນພິເສດ ເກືອບ 1,700 ຊຸດ.

ກະຊວງການຕ່າງປະເທດຂອງອາເມລິກາ ລະບຸວ່າ ການຂາຍອາວຸດຄັ້ງນີ້ ຈະຊ່ວຍເຮັດໃຫ້ກອງປືນໃຫຍ່ຂອງໄຕ້ຫວັນ ມີຄວາມທັນສະໄໝ, ເສີມສ້າງຄວາມເຂັ້ມແຂງໃນກາງປ້ອງກັນຕົນເອງ ໃຫ້ສອດຄ່ອງກັບໄພຄຸກຄາມ ໃນປັດຈຸບັນ ແລະ ອະນາຄົດ.

ຢ່າງໃດກໍຕາມ, ການຂາຍອາວຸດຄັ້ງນີ້ ຍັງຕ້ອງລໍຖ້າການອະນຸມັດຈາກທາງສະພາກ່ອນ ແຕ່ຄາດວ່າຈະຜ່ານອະນຸມັດໄດ້ຢ່າງບໍ່ມີບັນຫາ ເນື່ອງຈາກ 2 ພັກໃຫຍ່ ຂອງອາເມລິກາ ມີຄວາມຄິດເຫັນກົງກັນ ໃນເລື່ອງຂອງການສະໜັບສະໜຸນໄຕ້ຫວັນ. ຫຼັງຈາກໄດ້ຮັບການອະນຸມັດແລ້ວ ຂໍ້ສະເໜີຈະຖືກນໍາໄປເຈລະຈາຫາລືຂັ້ນສຸດທ້າຍ ລະຫວ່າງ ໄຕ້ຫວັນ ແລະ ບໍລິສັດ ບີເອອີ ຊິສເຕັມ ບໍລິສັດຜະລິດອາວຸດສັນຊາດອັງກິດ ແລະ ເປັນຜູ້ຈັດຫາປືນໃຫ້ອະເມລິກາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...