spot_img
Homeຂ່າວຕ່າງປະເທດຈີນນຳຕົວຜູ້ຖືກຫາ ຄະດີສໍ້ລາດບັງຫລວງ ກັບຄືນມາຮັບໂທດ ຫລັງຫລົບໜີໄປຕ່າງປະເທດ ດົນເຖິງ 13 ປີ

ຈີນນຳຕົວຜູ້ຖືກຫາ ຄະດີສໍ້ລາດບັງຫລວງ ກັບຄືນມາຮັບໂທດ ຫລັງຫລົບໜີໄປຕ່າງປະເທດ ດົນເຖິງ 13 ປີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພະຈິກນີ້ວ່າ ຄະນະກວດກາສູນກາງ ພັກກອມມູນິດຈີນ ໄດ້ຖະແຫລງຜົນສຳເລັດ ໃນການນຳຕົວ ນາງ ຢາງ ຊິ່ວຈູ ອາຍຸ 70 ປີ ຊຶ່ງຫລົບໜີໄປຕ່າງປະເທດ ກັບຄືນມາຮັບໂທດ ໃນຂໍ້ຫາສໍ້ລາດບັງຫລວງ ໃນວັນພຸດທີ 16 ພະຈິກ 2016 ຜ່ານມານີ້ ຫລັງຈາກຄວາມພະຍາຍາມ ໃນການນຳຕົວກັບຄືນປະເທດ ເປັນເວລາກວ່າ 13 ປີ ໂດຍລະບຸວ່າ ການທີ່ ນາງ ຢາງ ຖືກນຳກັບຄືນມາຮັບໂທດ ຖືເປັນໄຊຊະນະທີ່ຍິ່ງໃຫຍ່ ຂອງການຕິດຕາມຄະດີອາຊະຍາກຳ ສໍ້ລາດບັງຫລວງ ທັງເປັນການສົ່ງສັນຍານຢ່າງແຂງແຮງວ່າ ເຮົາຈະນຳເອົາຜູ້ກະທຳຜິດທາງອາຍາ ເຂົ້າສູ່ຂະບວນການຍຸຕິທຳ ບໍ່ວ່າຜູ້ກະທຳຜິດຈະຫລົບໜີ ໄປໄກສຸດຢູ່ແຫ່ງໃດໃນໂລກກໍຕາມ.

ທັງນີ້ ນາງ ຢາງ ຖືກຂໍ້ຫາຮັບສິນບົນ ປະມານ 250 ລ້ານຢວນ ໃນລະຫວ່າງທີ່ດຳລົງຕຳແໜ່ງ ຮອງຫົວໜ້າເທດສະບານເມືອງເວິນໂຈວ ແຂວງເຈີ້ຈຽງ ຊຶ່ງພາຍຫລັງການກວດສອບພົບຄວາມຜິດ ໂດຍຄະນະກວດກາສູນກາງພັກ, ນາງໄດ້ຫລົບໜີອອກນອກປະເທດ ເພື່ອຂໍລີ້ໄພທາງການເມືອງ ຈົນຖືກເຈົ້າໜ້າທີ່ສະຫະລັດອາເມຣິກາ ຈັບກຸມເມື່ອປີ 2014 ຈາກການໃຊ້ໜັງສືຜ່ານແດນປອມ ເຂົ້າດິນແດນອາເມຣິກາ, ຈາກນັ້ນ ລັດຖະບານຈີນ ໄດ້ດຳເນີນການປະສານສົມທົບ ເພື່ອຮ້ອງຂໍໃຫ້ນາງກັບຄືນມາຮັບໂທດ ຈົນເຖິງເດືອນກໍລະກົດ 2016 ຜ່ານມາ ນາງ ຢາງ ໄດ້ຕັດສິນໃຈຍອມຮັບໂທດ ແລະ ເດີນທາງກັບຄືນນະຄອນຫລວງປັກກິ່ງ ໃນວັນທີ 16 ພະຈິກ 2016 ຜ່ານມານີ້.

ທັງນີ້ ອີງຕາມຂໍ້ມູນຈາກແຫລ່ງຂ່າວໄດ້ລະບຸວ່າ ນັບຕັ້ງແຕ່ເດືອນກັນຍາ 2016 ທີ່ຜ່ານມາ ໜ່ວຍງານປາບປາມການສໍ້ລາດບັງຫລວງຂອງຈີນ ສາມາດນຳຕົວເຈົ້າໜ້າທີ່ຂອງລັດ ຊຶ່ງຫລົບໜີຈາກຄະດີສໍ້ລາດບັງຫລວງ ກັບຄືນມາຮັບໂທດໄດ້ແລ້ວ ທັງໝົດ 363 ຄົນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...