spot_img
Homeຂ່າວຕ່າງປະເທດຈີນທົດລອງແລ່ນ ລົດໄຟແຂວນ ຂະບວນທຳອິດຂອງປະເທດ ໄດ້ຜົນເປັນທີ່ເພິ່ງພໍໃຈ!

ຈີນທົດລອງແລ່ນ ລົດໄຟແຂວນ ຂະບວນທຳອິດຂອງປະເທດ ໄດ້ຜົນເປັນທີ່ເພິ່ງພໍໃຈ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ຕຸລານີ້ວ່າ ລົດໄຟແຂວນ (suspension railway) ຂະບວນທຳອິດຂອງຈີນ ໄດ້ດຳເນີນການທົດລອງນຳໃຊ້ ໃນໄລຍະທາງ 300 ແມັດ ເມື່ອວັນທີ 30 ກັນຍາ 2016 ຜ່ານມາ ທີ່ເມືອງເສິນຕູ ເມືອງເອກຂອງແຂວງເສສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ໂດຍຜົນການທົດສອບ ເປັນໜ້າເພິ່ງພໍໃຈສຳລັບຄະນະຜູ້ອອກແບບ.

ທ່ານ ໄຈ໋ ຫວ່ານໝິງ ຫົວໜ້າຄະນະອອກແບບໂຄງການລົດໄຟແຂວນ ໄດ້ເປີດເຜີຍວ່າ ລົດໄຟດັ່ງກ່າວນີ້ ສາມາດແລ່ນໄດ້ດ້ວຍຄວາມໄວ 60 ກິໂລແມັດຕໍ່ຊົ່ວໂມງ, ບັນຈຸຜູ້ໂດຍສານໄດ້ຫລາຍເຖິງ 120 ຄົນ ຕໍ່ຕູ້ໂດຍສານໜຶ່ງ ແລະ ມີຕົ້ນທຶນການສ້າງລາງລົດໄຟ ປະຢັດກວ່າລາງລົດໄຟໃຕ້ດິນຫລາຍກວ່າ 1/5 ເຖິງ 1/8, ໃຊ້ພະລັງງານຈາກໝໍ້ໄຟ ຊຶ່ງເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ. ນອກຈາກນີ້ ຄະນະອອກແບບ ຍັງຈະສືບຕໍ່ທຳການທົດສອບຕື່ມອີກຫລາຍປະການ ກ່ອນທີ່ຈະນຳອອກໃຫ້ບໍລິການຢ່າງເປັນທາງການ.

ທັງນີ້ ລົດໄຟແຂວນ ເປັນລົດໄຟແບບລາງດ່ຽວ ຊຶ່ງຕູ້ໂດຍສານຖືກແຂວນໄວ້ດ້ານລຸ່ມຂອງລາງ, ລົດໄຟແບບນີ້ ຖືກສ້າງຂຶ້ນລຸ້ນທຳອິດ ທີ່ເມືອງ Wuppertal ປະເທດເຢຍລະມັນ ແລະ ໄດ້ຖືກນຳໃຊ້ບໍລິການຢູ່ເຢຍລະມັນ ໃນປີ 1901 ຈົນເຖິງປັດຈຸບັນ.

559000010256808 /

559000010256807

559000010256806

559000010256805 559000010256804

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...