ຈີນຖືກຍົກເປັນແຊັ້ມໂລກ ດ້ານການຄົ້ນຄວ້າວິທະຍາສາດ!

ພາບປະກອບ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫາຜ່ານມານີ້ວ່າ ວາລະສານເນເຈີ້ (Nature) ຊຶ່ງເປັນວາລະສານ ດ້ານວິທະຍາສາດ ແລະ ເຕັກໂນໂລຊີລະດັບໂລກ ໄດ້ເປີດເຜີຍການຈັດອັນດັບ Nature Index 2016 Rising Stars ໃນວັນທີ 27 ກໍລະກົດ 2016 ຜ່ານມາ ຊຶ່ງເປັນດັດຊະນີການຈັດອັນດັບ ຄຸນນະພາບການວິໄຈ ຂອງສະຖາບັນການສຶກສາ ລະດັບແຖວໜ້າຂອງໂລກ ໂດຍໄດ້ຈັດໃຫ້ປະເທດຈີນ ເປັນປະເທດທີ່ມີພັດທະນາການ ໃນການສຶກສາຄົ້ນຄວ້າ ຫລື ວິໄຈ ຫລາຍທີ່ສຸດໃນໂລກ ໃນໄລຍະ 4 ປີຜ່ານມາ ຊຶ່ງໃນຈຳນວນສະຖາບັນການສຶກສາ 100 ແຫ່ງ ທີ່ມີການພັດທະນາດ້ານການວິໄຈ ຫລາຍທີ່ສຸດໃນໂລກ ແມ່ນມີສະຖາບັນຈາກປະເທດຈີນ ລວມຢູ່ນຳເຖິງ 40 ແຫ່ງ.

ລາຍງານດັ່ງກ່າວໄດ້ລະບຸອີກວ່າ ສະຖາບັນທີ່ໄດ້ຮັບຄະແນນສູງເປັນອັນດັບໜຶ່ງ ໄດ້ແກ່ ສະພາວິທະຍາສາດແຫ່ງຊາດຈີນ (Chinese Academy of Sciences: CAS) ຖັດລົງມາແມ່ນ ມະຫາວິທະຍາໄລປັກກິ່ງ ແລະ ມະຫາວິທະຍາໄລໜານຈິງ ຂອງຈີນໄດ້ອັນດັບທີສອງ ແລະ ສາມຕາມລຳດັບ.

ທັງນີ້ ລັດຖະບານຈີນ ໄດ້ທຸ່ມງົບປະມານ 1.4 ລ້ານຢວນ ຊຶ່ງເທົ່າກັບ 2.1% ຂອງຈີດີພີ ໃນປີ 2015 ຜ່ານມາ ໃຫ້ແກ່ວຽກງານການຄົ້ນຄວ້າວິທະຍາສາດ ໂດຍປັດຈຸບັນ ທົ່ວປະເທດຈີນມີນັກວິໄຈ ທີ່ເຮັດວຽກເຕັມເວລາ ຫລາຍເຖິງ 3.7 ລ້ານຄົນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!