spot_img
Homeຂ່າວຕ່າງປະເທດຈີນຍົກເລີກການຫາລືກັບຫວຽດນາມນອກຮອບການປະຊຸມອາຊຽນທີ່ມະນິລາ

ຈີນຍົກເລີກການຫາລືກັບຫວຽດນາມນອກຮອບການປະຊຸມອາຊຽນທີ່ມະນິລາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນີລາ ປະເທດ ຟິລິບປິນ ເມື່ອວັນທີ 8 ສິງຫາ ນີ້ວ່າ ສະຖານ ທູດຈີນປະຈຳນະຄອນຫຼວງມະນິລາລາຍງານວ່າ ກຳນົດການພົບປະຫາລືໃນວັນອັງຄານ (ມື້ນີ້) ລະຫວ່າງ ທ່ານ ອິ້ງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ກັບ ທ່ານ ຝ່າມ ບິນ ມິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດ ນາມ ນອກຮອບການປະຊຸມອາຊຽນວ່າດ້ວຍການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີປາຊີຟິກ (ເອອາຣເອຟ) ທີ່ນະຄອນຫຼວງມະນິລາ “ຈະບໍ່ເກີດຂຶ້ນ” ໂດຍບໍ່ມີການລະບຸຫເດຜົນທີ່ຊັດເຈນ

ຄວາມຂັດແຍ້ງເລື່ອງທະເລຈີນໃຕ້ລະຫວ່າງຫວຽດນາມກັບຈີນເພີ່ມທະວີຄວາມຮຸນແຮງຫຼາຍຂຶ້ນຕັ້ງແຕ່ເດືອນ ມິຖຸນາ ທີ່ຜ່ານມາ ເມື່ອລັດຖະບານຮາໂນຍເຮັດການຂຸດເຈາະນ້ຳມັນ ແລະ ກ໊າຊທຳມະຊາດໃນທະເລນອກຊາຍຝັ່ງທາງຕະເວັນອອກສຽງໃຕ້ຂອງປະເທດ ກ່ອນຈຳເປັນຕ້ອງລະງັບໃນເວລາຕໍ່ມາ ຫຼັງໄດ້ຮັບ “ແຮງກົດດັນຢ່າງໜັກ” ຈາກລັດຖະບານປັກກິ່ງ ປັດຈຸບັນຈີນໄດ້ສ້າງເກາະທຽມໄວ້ຢ່າງໜ້ອຍ 7 ແຫ່ງໃນທະເລຈີນໃຕ້ ສ່ວນຫວຽດນາມມີຢ່າງໜ້ອຍ 2 ແຫ່ງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...