spot_img
Homeຂ່າວຕ່າງປະເທດຈີນຍອມປ່ອຍ “ ໝີຂົ້ວໂລກສຸດເສົ້າ” ຫຼັງຈາກຖືກໂຊວໄວ້ໃນຮ້ານຊັບພະສິນຄ້າ

ຈີນຍອມປ່ອຍ “ ໝີຂົ້ວໂລກສຸດເສົ້າ” ຫຼັງຈາກຖືກໂຊວໄວ້ໃນຮ້ານຊັບພະສິນຄ້າ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວ່າ: ພິພິທະພັນສັດນໍ້າແກຣນວິວ ພາຍໃນຮ້ານຊັບພະສິນຄ້າແຫ່ງໜຶ່ງໃນເມືອງກວ່າງໂຈວ ປະເທດຈີນ ຍິນຍອມປ່ອຍໃຫ້ “ພິດຊ່າ” ໝີຂາວຂົ້ວໂລກກັບໄປໂອຊ່ຽນປາດ ບ້ານເກີດຂອງມັນ  ຫຼັງຈາກໝີໂຕນີ້ຕົກຢູ່ໃນສະພາບຊຶມເສົ້າໜ້າເວດທະນາ ຈົນຖືກວິພາກວິຈານໃນໂລກອອນລາຍ.

ເລື່ອງລາວຂອງ “ພິດຊ່າ” ເລີ່ມຕົ້ນຈາກພາບຖ່າຍທີ່ມີການແຊໃນໂລກອອນລາຍ ພົບໝີຂາວຂົ້ວໂລກໃນພິພິທະພັນດັ່ງກ່າວ ຢູ່ໃນສະພາບທີ່ອົດໆຢາກໆ ມັນໄດ້ແຕ່ນອນນິ້ງ ແລະມີສີໜ້າຊຶມເສົ້າ ບໍ່ສົນໃຈກັບຄົນທີ່ມາເບິ່ງເລີຍ.

ພາບດັ່ງກ່າວກາຍເປັນກະແສກົດດັນຈາກກຸ່ມນັກເຄື່ອນໄຫວສິດທິສັດ ມູນິທິຊື່ດັງຢ່າງ Animals Asia ໄດ້ນໍາສະເໜີເລື່ອງລາວຂອງ “ພິດຊ່າ” ເອົາໄວ້ຕັ້ງແຕ່ຊ່ວງຕົ້ນປີ 2016 ທີ່ຜ່າຍມາ ແລະໃນທີ່ສຸດຜ່ານມາເຖິງ 8 ເດືອນ ທາງພິພິທະພັນ ແລະຮ້ານຊັບພະສິນຄ້າດັ່ງກ່າວໄດ້ຕັດສິນໃຈຍ້າຍ “ພິດຊ່າ” ໄປຮັກສາ ແລະບໍາບັດ.

ທັ້ງນີ້ ນັກວິເຄາະເບິ່ງວ່າ ສາເຫດທີ່ “ພິດຊ່າ” ຕົກຢູ່ໃນສະພາບແບບນີ້ ອາດເພາະວ່າມັນມີອາການຊຶມເສົ້າ, ເພາະບໍ່ຄຸ້ນເຄີຍກັບສະພາບແວດລ້ອມທີ່ຄັບແຄບ ບໍ່ໄດ້ສໍາພັດກັບທໍາມະຊາດ ແສງແດດ ຫຼອາກາດບໍລິສຸດ ການຕັດສິນໃຈຍ້າຍໝີຂາວຂົ້ວໂລກຄັ້ງນີ້ ນັບເປັນອີກຄວາມສໍາເລັດຂອງກຸ່ມຮັກສັດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...