spot_img
Homeຂ່າວທ້ອງຖິ່ນຈີນຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ລາວອີກຈໍານວນ 800.000ໂດສ

ຈີນຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ລາວອີກຈໍານວນ 800.000ໂດສ

Published on

ອີງຕາມການລາຍງານຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ ວັກຊີນປ້ອງກັນໂຄວິດ 19 ທີ່ລັດຖະບານ ແລະ ກອງທັບ ສປ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ຄັ້ງທີສາມ ຈໍານວນ 800.000 ໂດສ ໃນນັ້ນຂອງລັດຖະບານຈີນ 500.000ໂດສ ແລະ ຂອງກອງທັບປົດປ່ອຍປະຊາຊົນຈີນ 300.000ໂດສ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄໍ່າ ວັນທີ 31 ມີນາ 2021ນີ້, ໂດຍການເຂົ້າຮ່ວມ ແລະ ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ຕາງໜ້າຝ່າຍຈີນກ່າວມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ຕ່າງໜ້າມອບໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕ່າງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,​ ມີ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ,​ ມີບັນດາທ່ານລັດຖະມົນຕີ,​ ຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ທ່ານ ພັນຄໍາ ວິພາວັນ ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຢ່າງສູງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ລັດຖະບານ. ເຊິ່ງມາຮອດປະຈບັນ ສ ປ ຈີນ ໃຫ້ການຊ່ວຍເຫຼືອ ວັກຊິນປ້ອງກັນໂຄວິດ19 ແກ່ ສປປ ລາວ ແລ້ວ 3ຄັ້ງ ມີຫຼາຍກວ່າ 1 ລ້ານໂດສ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...