spot_img
Homeຂ່າວຕ່າງປະເທດຈີນຈະແບ່ງປັນວັກຊີນໂຄວິດ-19 ໃຫ້ທົ່ວໂລກໃນລາຄາສົມເຫດສົມຜົນ

ຈີນຈະແບ່ງປັນວັກຊີນໂຄວິດ-19 ໃຫ້ທົ່ວໂລກໃນລາຄາສົມເຫດສົມຜົນ

Published on

ເວັບໄຊ sanook ລາຍງານວ່າ ທ່ານ ວັງເຫວິນປິນ ໂຄສົກກະຊວງການຕ່າງປະເທດຈີນ ເປີດເຜີຍວ່າ ຈີນຈະແບ່ງປັນວັກຊີນປ້ອງກັນໂຄວິດ-19 ໃຫ້ທົ່ວໂລກໃນລາຄາທີ່ຍຸດຕິທຳ ແລະ ສົມເຫດສົມຜົນ.

ທ່ານ ວັງ ໄດ້ກ່າວຖະແຫຼງວ່າ “ວັກຊີນຂອງຫຼາຍປະເທດຍັງຢູ່ໃນການພັດທະນາ ຈິ່ງຍັງບໍ່ແນ່ນອນວ່າພວກເຂົາຈະກຳນົດລາຄາແນວໃດ ແຕ່ມີສິ່ງໜຶ່ງທີ່ຊັດເຈນສຳລັບຈີນ ຄືເຮົາຈະສົ່ງມອບວັກຊີນໃຫ້ນານາປະເທດໃນຖານະສິນຄ້າສາທາລະນະລະດັບໂລກ ດ້ວຍລາຄາທີ່ຍຸດຕິທຳ ແລະ ສົມເຫດສົມຜົນ”.

ທັງນີ້, ທ່ານ ວັງ ຍັງລະບຸຕື່ມອີກວ່າຈີນກຳລັງເລັ່ງພັດທະນາວັກຊີນປ້ອງກັນໂຄວິດ-19 ແລະ ຈະແບ່ງປັນໃຫ້ເປັນສິນຄ້າສາທາລະນະປະໂຫຍດໃນລະດັບໂລກເມື່ອວັກຊີນພ້ອມໃຊ້ງານ ພ້ອມກ່າວເສີມອີກວ່າຈີນຈະສົ່ງມອບວັກຊີນໃຫ້ກັບປະເທດທີ່ກຳລັງພັດທະນາກ່່ອນ ຜ່ານວິທີການທີ່ຫຼາກຫຼາຍ ເຊິ່ງລວມເຖິງການບໍລິຈາກ ແລະ ການສະໜັບສະໜູນໂດຍບໍ່ຄິດຄ່າໃຊ້ຈ່າຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...