spot_img
Homeຂ່າວຕ່າງປະເທດຈີນຂູ່ຈະຕອບໂຕ້ເດັດຂາດຫຼັງອາເມລິກາຄວໍ້າບາດ 24 ບໍລິສັດຈີນ

ຈີນຂູ່ຈະຕອບໂຕ້ເດັດຂາດຫຼັງອາເມລິກາຄວໍ້າບາດ 24 ບໍລິສັດຈີນ

Published on

ຈີນຂູ່ຈະຕອບໂຕ້ເດັດຂາດຫຼັງອາເມລິກາຂຶ້ນບັນຊີດຳ 24 ບໍລິສັດຈີນ ທີ່ກ່ຽວຂ້ອງກັບການສ້າງເກາະທຽມ ແລະ ຄ້າຍທະຫານໃນທະເລຈີນໃຕ້.

ສຳນັກຂ່າວ Deutsche Welle ຂອງເຢຍລະມັນລາຍງານ ເມື່ອວັນທີ 27 ສິງຫາ 2020 ວ່າ ລັດຖະ ບານຈີນໄດ້ອອກມາປະນາມມາດຕະການຄວໍ້າບາດໃໝ່ຂອງອາເມລິກາ ທີ່ເພີ່ມລາຍຊື່ລັດວິສາຫະກິດຈີນ ລວມເຖິງບໍລິສັດລູກຂອງບໍລິສັດ ໄຊນ່າ ຄອມມິວນິເຄຊັ່ນ ຄອນສະຕຣັດຊັ່ນ ຈຳກັດ (CCCC) ລວມທັງໝົດ 24 ບໍລິສັດ ລົງໃນບັນຊີ Entity List ຂອງກະຊວງອຸດສາຫະກຳ-ການຄ້າ ເຊິ່ງບໍລິສັດອາເມລິກັນຈະບໍ່ສາມາດຂາຍສິນຄ້າ ແລະ ເທັກໂນໂລຢີແກ່ບໍລິສັດໃນບັນຊີນີ້ໄດ້ຖ້າບໍ່ມີໃບອະນຸຍາດພິເສດ.

ທ່ານ ຈ້າວ ຫຼີຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ ການກໍ່ສ້າງເທິງເກາະເຫຼົ່ານີ້ບໍ່ກ່ຽວຂ້ອງກັບການເສີມສ້າງກຳລັງປະກອບອາວຸດທາງທະຫານຂອງຈີນ ແລະ ຢູ່ພາຍໃຕ້ອະທິປະໄຕຂອງພວກເຂົາ ໂດຍຈີນຈະໃຊ້ມາດຕະການຂັ້ນເດັດຂາດ ເພື່ອປົກປ້ອງສິດທາງກົດໝາຍ ແລະ ຜົນປະໂຫຍດຂອງບໍລິສັດ ແລະ ບຸກຄົນຂອງພວກເຂົາ ແຕ່ບໍ່ເປີດເຜີຍວ່າຈະໃຊ້ມາດຕະການຫຍັງ.

ສ.ອາເມລິກາ ປະຕິເສດການອ້າງສິດໃນທະເລຈີນໃຕ້ຂອງຈີນມາຕະຫຼອດ ທັງນີ້, ຄວາມເຄັ່ງຕຶງລະ ຫວ່າງ ສ.ອາເມລິກາ ກັບຈີນເພີ່ມສູງຂຶ້ນໃນໄລຍະອາທິດທີ່ຜ່ານມາ ໂດຍຈີນກ່າວຫາວ່າ ອາເມລິກາສົ່ງເຮືອບິນສອດແນມເຂົ້າມາເຂດຫ້າມບິນ ໃນຂະນະທີ່ພວກເຂົາກຳລັງຊ້ອມຮົບດ້ວຍລູກປືນແທ້ ກ່ອນທີ່ຈີນຈະຕອບໂຕ້ດ້ວຍການຍິງຂີປະນາວຸດລົງທະເລຈີນໃຕ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...