spot_img
Homeຂ່າວຕ່າງປະເທດຈິວ ໄບເດັນ ເດີນທາງຢ້ຽມຢາມຢູເຄຣນ ໂດຍບໍ່ແຈ້ງລ່ວງໜ້າ

ຈິວ ໄບເດັນ ເດີນທາງຢ້ຽມຢາມຢູເຄຣນ ໂດຍບໍ່ແຈ້ງລ່ວງໜ້າ

Published on

ໃນວັນອາທິດທີ່ຜ່ານມານີ້, ສະຕີໝາຍເລກໜຶ່ງຂອງສະຫະລັດອາເມຣິກາ ຈິວ ໄບເດັນ ໄດ້ໄປຢ້ຽມຢາມຢູເຄຣນ ໂດຍບໍ່ໄດ້ແຈ້ງລ່ວງໜ້າ, ເພື່ອໄປພົບກັບ ສະຕີໝາຍເລກໜຶ່ງຂອງຢູເຄຣນ ໂອເລນາ ເຊເລນສະກາ.

ຈິວ ໄບເດັນ ໄດ້ໃຊ້ຊ່ວງເວລາໃນການຢ້ຽມຢາມ ປະເທດໂຣມາເນຍ ແລະ ສະໂລວາເກຍ ລາວໄດ້ເດີນທາງໄປພົບກັບ ເຊເລນສະກາ ທີ່ຢູເຄຣນເຊິ່ງຢູ່ກັບລູກທັງສອງທີ່ໄດ້ຮັບການປ້ອງກັນຈາກທະຫານຢູເຄຣນຢ່າງເຕັມທີ່ ທີ່ໂຮງຮຽນເຊິ່ງໄດ້ປ່ຽນເປັນບ່ອນພັກຊົ່ວຄາວຂອງຢູເຄຣນ ທີ່ອົບພະຍົບໜີຈາກສົງຄາມຣັດເຊຍບຸກຢູເຄຣນໃນບ່ອນອື່ນໆຂອງປະເທດ.

ຈິວ ໄບເດັນ ໄດ້ມອບຊໍ່ດອກໄມ້ໃຫ້ ເຊເລນສະກາ ແລະ ໄດ້ກອດ ແລ້ວໂອ້ລົມກັນ, ໂດຍ ໄບເດັນ ເລືອກວັນແມ່ແຫ່ງຊາດ ຕາມເວລາຂອງສະຫະລັດ ໃນການຢ້ຽມຢາມຢູເຄຣນເພື່ອພົບກັບ ສະຕີໝາຍເລກໜຶ່ງຢູເຄຣນ ແລະ ເປັນເລື່ອງທີ່ສຳຄັນຫຼາຍທີ່ຈະສະແດງໃຫ້ຄົນຢູເຄຣນເຫັນວ່າສົງຄາມຄວນຢຸດຕິລົງ, ສົງຄາມນີ້ ມີແຕ່ຄວາມຮຸນແຮງ ແລະ ຄົນອາເມຣິກາຈະຢູ່ຄຽງຂ້າງກັບປະຊາຊົນຊາວຢູເຄຣນ.

ສະຕີໝາຍເລກໜຶ່ງຢູເຄຣນໄດ້ກ່າວວ່າ:  “ປະຊາຊົນຢູເຄຣນ ໄດ້ຮັບຮູ້ເຖິງແຮງສະໜັບສະໜູນຈາກສະຫະລັດ ແລະ ຂອບໃຈໃນການມາຢ້ຽມຢາມຢູເຄຣນໃນພາລະສົງຄາມທີ່ເກີດຂຶ້ນຢູ່ແບບນີ້”.

ໃນການຢ້ຽມຢາມຂອງສະຕີໝາຍເລກໜຶ່ງ ເປັນເລື່ອງບໍ່ປົກກະຕິ ແລະ ບໍ່ຄ່ອຍເກີດຂຶ້ນ, ໂດຍລ່າສຸດນັ້ນຄື ກັນຢ້ຽມຢາມຖານທັບອາກາດກາຕາຂອງ ມິເຊວ ໂອບາມາ ໃນປີ 2015 ແລະ ການຢ້ຽມຢາມອັຟການິສະຖານຂອງ ລໍຣາ ບຸດສ ອາດີດສະຕີໝາຍເລກໜຶ່ງ ຂອງປີ 2005-2008.

ແຫຼ່ງຂ່າວຈາກ ເອພີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...