spot_img
Homeຂ່າວທ້ອງຖິ່ນຈຳປາສັກ ນຳໃຊ້ທິດສະດີເຮັດຮັງໃຫ້ນົກໄຂ່ ແລະ ສ້າງນະໂຍບາຍນົກຕໍ່ ເພື່ອພັດທະນາເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ

ຈຳປາສັກ ນຳໃຊ້ທິດສະດີເຮັດຮັງໃຫ້ນົກໄຂ່ ແລະ ສ້າງນະໂຍບາຍນົກຕໍ່ ເພື່ອພັດທະນາເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ

Published on

ແຂວງຈຳປາສັກນຳໃຊ້ທິດສະດີພັດທະນາແບບເຮັດຮັງໃຫ້ນົກໄຂ່ ແລະ ສ້າງນະໂຍບາຍນົກຕໍ່ ຫຼື ໄກ່ຕໍ່ ໂດຍຍົກບູລິມະສິດໃຫ້ຄົນລາວເປັນຜູ້ພັດທະນາ ດຶງດູດນັກລົງທຶນເຂົ້າມາລົງທຶນ ແລະ ຫຸ້ນສ່ວນກັບພາກລັດ ເພື່ອພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເຊື່ອມໂຍງກັບເສດຖະກິດປະຊາຄົມອາຊຽນ ແລະ ອະນຸພາກພື້ນ.

ທ່ານ ຄຳພົນ ນວນແສງສີ ປະທານສະພາບໍລິຫານເຂດເສດຖະກິດພິເສດ ແຂວງຈຳປາສັກ ໃຫ້ສຳພາດໃນຕົ້ນເດືອນ ພະຈິກ 2016 ນີ້ວ່າ: ໂດຍອີງຕາມຍຸດທະສາດ ການພັດທະນາ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຢູ່ ສປປ ລາວ ແຕ່ປີ 2011 ຮອດ 2020 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກແຕ່ປີ 2010 ຮອດ 2020 ໃຫ້ໄດ້ 5 ເຂດພັດທະນາ.ຈາກແຜນການດັ່ງກ່າວ ແຂວງຈຳປາສັກຈຶ່ງກຳນົດເຂດພັດທະນາອອກເປັນ 2 ເຂດໃຫຍ່ຄື: ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ.

ໃນນັ້ນເຂດເສດຖະກິດພິເສດໄດ້ກຳນົດມີ 2 ເຂດໄດ້ແກ່: 1 ເຂດເສດຖະກິດພິເສດມະຫານະທີສີ່ພັນດອນ( ພັດທະນາຕົວເມືອງໃໝ່ຄອນພະເພັງ) ມີເນື້ອທີ່ 7,075 ເຮັກຕາ. 2 ເຂດເສດຖະກິດພິເສດ ພູພຽງບໍລະເວນ( ປາກຊ່ອງ ) ມີເນື້ອທີ່ 8,500 ເຮັກຕາ .

ສ່ວນເຂດເສດຖະກິດສະເພາະກໍານົດມີ 3 ເຂດຄື: 1 ເຂດເສດຖະກິດສະເພາະ ນິຄົມອຸດສາຫະກໍາມີເນື້ອທີ່ 995 ເຮັກຕາ, 2 ເຂດເສດຖະກິດສະເພາະ ວັງເຕົ່າ-ໂພນທອງ ມີເນື້ອທີ່ 253 ເຮັກຕາ ແລະ 3 ເຂດເສດຖະກິດສະເພາະຈຳປານະຄອນ ( ຫ້ວຍປູນ ) ມີເນື້ອທີ່ 58 ເຮັກຕາ.

ສຳລັບຮູບແບບການພັດທະນາ ຈຳປາສັກໄດ້ປະຕິບັດຕາມທິດສະດີ ເຮັດຮັງໃຫ້ນົກໄຂ່ ໝາຍຄວາມວ່າ ລັດຮ່ວມມືກັບຜູ້ພັດທະນາ ກໍ່ຄືນັກລົງທຶນພາຍໃນ ເປັນຜູ້ໃຫ້ສຳປະທານ ແລະ ພັດທະນາເນື້ອທີ່ດິນ ບູລິມະສິດອັນດັບໜຶ່ງ, ຮ່ວມກັນຈັດສັນລະບົບພື້ນຖານໂຄງລ່າງໄຟຟ້າ, ນໍ້າປະປາ, ເສັ້ນທາງ ແລ້ວດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນ ແລະ ໄດ້ຮັບຜົນສຳເລັດ, ເຊິ່ງຝ່າຍລາວຈະເອື້ອອໍານວຍຄວາມສະດວກທຸກດ້ານ ຜ່ານລະບົບປະຕູດຽວ ທີ່ມີຄວາມວ່ອງໄວ ຫຼັງຈາກນັ້ນນັກລົງທຶນດັ່ງກ່າວກໍ່ຈະເປັນຜູ້ດຶງດູດນັກລົງທຶນດ້ວຍກັນເຂົ້າມາຫຼາຍຍິ່ງຂຶ້ນ. ຊຶ່ງທັງໝົດນັ້ນກໍ່ແມ່ນການກຳນົດທິດທາງແຜນການຈັດຕັ້ງ ແລະ ຄຸ້ມຄອງເຂດພັດທະນາດັ່ງກ່າວ ໃຫ້ສອດຄ່ອງກັບຍຸດທະສາດລວມຂອງລັດຖະບານ, ເປັນການບຸກທະລຸທາງດ້ານເສດຖະກິດໄປຕາມກົນໄກເສດຖະກິດຕະຫຼາດ, ເຊື່ອມໂຍງກັບອະນຸພາກພື້ນ, ເຊື່ອມໂຍງກັບປະຊາຄົມອາຊຽນ ແລະ ເສດຖະກິດທີ່ມີການຮ່ວມມືໃນໂລກ.

ທ່ານ ຄຳພົນ ນວນແສງສີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນການພັດທະນາ ອັນທີ່ພົ້ນເດັ່ນແມ່ນ ເຂດເສດຖະກິດສະເພາະ ນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັດສເອັມອີ (SME ) ເປັນເຂດທີ 11 A ເປັນເຂດໜຶ່ງທີ່ນອນໃນນິຄົມດັ່ງກ່າວ ເປັນການຮ່ວມທຶນພັດທະນາລະຫວ່າງ ຜູ້ພັດທະນາຍີ່ປຸ່ນ 30%, ຜູ້ພັດທະນາລາວ 2 ທ່ານ ຜູ້ລະ 20% ແລະ ລັດຖະບານ 30%. ດຶງດູດນັກລົງທຶນມາແລ້ວມີ 7 ບໍລິສັດ, ມີ 3 ບໍລິສັດທີ່ປຶກສາ ແລະ ກໍາລັງມາຈັບຈ່ອງອີກ 2 ໂຮງງານ, ສາມາດສ້າງວຽກເຮັດງານທໍາແກ່ປະຊາຊົນໄດ້ຫຼາຍກວ່າ 700 ຄົນ. ສ່ວນເຂດພັດທະນາເສດຖະກິດສະເພາະທີ່ເຫຼືອແມ່ນກຳລັງຢູ່ໃນຂັ້ນຕອນບຸກເບີກ ແລະ ພັດທະນາພື້ນຖານໂຄງລ່າງ ເພື່ອຈັດສັນລະບົບໄຟຟ້າ, ນ້ຳປະປາ,ເສັ້ນທາງ ເພື່ອດຶງດູດນັກລົງທຶນ. ສຳລັບເຂດເສດຖະກິດພິເສດ 2 ເຂດ ປັດຈຸບັນກຳລັງສຶກສາສຳຫຼວດ ເພື່ອດຳເນີນການພັດທະນາ

ຂ່າວ: ໜັງສືພິມ ຈຳປາໃໝ່

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...