ຈຳປາສັກ ເກັບກ່ຽວເຂົ້ານາແຊງ ສຳເລັດແລ້ວ 81%

0
1905
ຈຳປາສັກ
ຈຳປາສັກເກັບກ່ຽວເຂົ້ານາແຊງ ສຳເລັດແລ້ວ 81%

ຈຳປາສັກເກັບກ່ຽວເຂົ້ານາແຊງ ສຳເລັດແລ້ວ 81%

ຊາວກະສິກອນທົ່ວແຂວງຈຳປາສັກ ພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງສົກປີ 2013-2014,
ປັດຈຸບັນສຳເລັດແລ້ວ 81% ຂອງເນື້ອທີ່ປັກດຳຕົວຈິງ ພ້ອມທັງກະກຽມເງື່ອນໄຂຕ່າງໆ
ເພື່ອກ້າວເຂົ້າສູ່ລະດູການຜະລິດນາປີ 2014. ທ່ານສຸປານີ ສີລິປຸນໂຍ ຫົວໜ້າພະແນກກະສີກຳແລະ
ປ່າໄມ້ແຂວງຈຳປາສັກໃຫ້ສຳພາດໃນວັນທີ 13 ພຶດສະພາ 2014 ທີ່ຜ່ານມານີ້ວ່າ:
ການເກັບກ່ຽວເຂົ້ານາແຊງສົກປີ 2013-2014 ຂອງຊາວກະສິກອນໃນທົ່ວແຂວງຈຳປາສັກ
ແມ່ນດຳເນີນຢ່າງເປັນຂະບວນຟົດຟື້ນ, ປັດຈຸບັດສໍາເລັດແລ້ວ 10 ພັນກ່ວາເຮັກຕາ,
ເທົ່າກັບ 81% ຂອງເນື້ອທີ່ປັກດໍາຕົວຈິງ, ຜົນຜະລິດນາແຊງປີນີ້ ເຫັນວ່າມີສະມັດຕະພາບສູງ
ແລະໄດ້ຕາມແຜນການທີ່ວາງໄວ້ຄື:5,5 ໂຕນ/ເຮັກຕາແລະບາງທ້ອງຖິ່ນກໍ່ໄດ້ເຖິງ 6ໂຕນ/ເຮັກຕາ,

ສາເຫດກໍ່ຍ້ອນປະຊາຊົນເອົາໃຈໃສ່ໃນການບົວລະບັດ ຮັກສາເຂົ້ານາແຊງ ໂດຍປະຕິບັດຖືກຕ້ອງຕາມຄຳແນະນຳ
ຂອງວິຊາການກະສິກຳ-ປ່າໄມ້ເປັນສ່ວນໃຫຍ່ແລະ ການເກັບກ່ຽວເຂົ້ານາແຊງທົ່ວແຂວງຄາດວ່າ
ຈະສຳເລັດໃນທ້າຍເດືອນພຶດສະພານີ້.

ໃນລະດູແລ້ງປີ 2013-2014 ນີ້, ແຂວງຈໍາປາສັກມີເນື້ອແຜນການຈະປູກເຂົ້ານາແຊງໃຫ້ໄດ້ 16.213 ເຮັກຕາ,
ແຕ່ຜ່ານການປັກດໍາຕົວຈິງໄດ້ພຽງ 12,499 ເຮັກຕາ, ທຽບໃສ່ແຜນການປະຕິບັດໄດ້ 77%,
ທຽບໃສ່ໄລຍະດຽວຂອງປີກ່ອນເພີ່ມຂຶ້ນ 15%, ສາເຫດທີ່ເຮັດໃຫ້ນາແຊງບໍ່ບັນລຸແຜນການ
ແມ່ນຍ້ອນຄວາມກະຕືລືລົ້ນຂອງຊາວກະສິກອນໃນບາງເຂດ, ບາງບ້ານຍັງຕໍ່າ ບວກກັບລາຄາເຂົ້າໃນທ້ອງຕະຫຼາດ
ຕອນຕົ້ນປີບໍ່ສູງ, ບໍ່ສ້າງແຮງຈູງໃຈ, ເຮັດໃຫ້ການຕັດສິນໃຈ ລົງສູ່ການຜະລິດຂອງຊາວກະສິກອນມີລັກສະນະລໍຖ້າ,
ນອກນີ້ການຟື້ນຟູ, ສ້ອມແປງຊົນລະປະທານບາງໂຄງການ ມີລັກສະນະຊັກຊ້າບ່ໍສໍາເລັດທັນລະດູການ,
ການອະນຸມັດທຶນເຂົ້າໃສ່ການຟື້ນຟູ, ສ້ອມແປງຊົນລະປະທານບາງໂຄງການກໍ່ມີລັກສະນະຊັກຊ້າ
ບວກກັບການເກັບກູ້ເຂົ້ານາປີໃນລະດູຝົນຜ່ານມາຊັກຊ້າ, ງົບປະມານໃນການເຄື່ອນໄຫວຊຸກຍູ້ຂອງພາກລັດກໍ່ບໍ່ພຽງພໍ
ເຮັດໃຫ້ການເຄື່ອນໄຫວບໍ່ຕໍ່ເນື່ອງ ແລະ ບໍ່ບັນລຸຕາມແຜນການທີ່ວາງໄວ້.

ທ່ານ ສຸປານີ ກ່າວຕື່ມອີກວ່າ: ສໍາລັບການຜະລິດເຂົ້ານາປີຢູ່ແຂວງຈຳປາສັກປີນີ້
ຈະເອົາໃຈໃສ່ຊຸກຍູ້ ສົ່ງເສີມໃຫ້ຊາວກະສິກອນທົ່ວແຂວງຜະລິດເຂົ້ານາປີໃຫ້ໄດ້ 112,000 ເຮັກຕາ,
ສູ້ຊົນໃຫ້ສະມັດຕະພາບໄດ້ 4,4 ໂຕນ/ເຮັກຕາ ແລະຜົນຜະລິດໃຫ້ໄດ້ 5 ແສນໂຕນ, ເພື່ອບັນລຸເປົ້າໝາຍດັ່ງກ່າວ
ພະແນກກະສິກໍາ-ປ່າໄມ້ແຂວງ ຈະສືບຕໍ່ຫັນເອົາພະນັກງານວິຊາການລົງຊ່ວຍເມືອງເພື່ອ ຊຸກຍູ້ ສົ່ງເສີມຂະບວນການຜະລິດເຂົ້ານາປີ ໃນທົ່ວແຂວງໃຫ້ທ່ວງທັນກັບລະດູການ, ຈາກນັ້ນກໍ່ຈະໄດ້ເອົາໃຈໃສ່ກະກຽມຕອບສະໜອງດ້ານແນວພັນເຂົ້າ, ຝຸ່ນຊີວະພາບ, ຝຸ່ນວິທະຍາສາດ, ຢາປາບສັດຕູພືດແລະເຕັກນິກຕ່າງໆໃນການປັກດຳ ແລະ ການບົວລະບັດເຂົ້ານາປີ ໃຫ້ແກ່ຊາວກະສິກອນຕື່ມອີກ, ທັງນີ້ກໍ່ເພື່ອຮັບປະກັນ ໃຫ້ແກ່ຂະບວນການຜະລິດໃຫ້ບັນລຸໄປຕາມຈຸດປະສົງ

ທີ່ມາ www.facebook.com/champamai.newspaper