spot_img
Homeຂ່າວຕ່າງປະເທດຈັບເດັກໄລລຸ້ນຊາຍ ອາຍຸ 16 ປີ ຍ້ອນໄປຕັດຕົ້ນໄມ້ເກົ່າແກ່ ທີ່ອາຍຸເກືອບ 200 ປີໃນອັງກິດ

ຈັບເດັກໄລລຸ້ນຊາຍ ອາຍຸ 16 ປີ ຍ້ອນໄປຕັດຕົ້ນໄມ້ເກົ່າແກ່ ທີ່ອາຍຸເກືອບ 200 ປີໃນອັງກິດ

Published on

ຕຳຫຼວດອັງກິດກຳລັງສອບສວນ ໄວລຸ້ນຊາຍອາຍຸ 16 ປີ ເນື່ອງຈາກໄດ້ຕັດຕົ້ນໄມ້ ທີ່ມີອາຍຸເກືອບ 200 ປີ ທີ່ເປັນສັນຍະລັກສຳຄັນໃຫ້ກຳແພງບູຮານເຮດຽນ ເຊິ່ງມັນສ້າງຄວາມບໍ່ພໍໃຈແກ່ປະຊາຊົນຈຳນວນຫຼາຍ.

ໃນວັນທີ 28 ກັນຍາ 2023 ໄວລຸ້ນ ອາຍຸ 16 ປີ ສັນຊາດອັງກິດ ຖືກຕຳຫຼວດຈັບດຳເນີນຄະດີ ພາຍຫຼັງໄດ້ກໍ່ເຫດຕັດຕົ້ນໄມ້ ອາຍຸເກືອບ 200 ປີ ທີ່ເປັນສັນຍະລັກສຳຄັນຂອງກຳແພງບູຮານ “ເຮດຽນ ວໍ” ແຫຼ່ງທ່ອງທ່ຽວຊື່ດັງ ໃນເມືອງນໍທຳເບຣຍ ທາງພາກເໜືອຂອງປະເທດອັງກິດ ຈົນເຮັດໃຫ້ປະຊາຊົນໃນເຂດນັ້ນບໍພໍໃຈຫຼາຍ ພ້ອມທັງນັກອະນຸລັກກໍເຊັ່ນກັນ.

ໂດຍຕຳຫຼວດໄດ້ຈັບມາສືບສວນສອບສວນ ເພາະບໍ່ເຊື່ອວ່າຈະເປັນການກະທຳຂອງເດັກໄວລຸ້ນ ອາຍຸ 16 ປີ ພຽງຄົນດຽວ ເບື້ອງຕົ້ນລາວໄດ້ຖືກດຳເນີນຄະດີທາງກົດໝາຍ.

ທັ້ງນີ້ “ເຮດຽນ ວໍ” ຫຼື ກຳແພງເຮດຽນ ເປັນກຳແພງທີ່ຂຶ້ນທະບຽນເປັນມໍລະກົດໂລກໂດຍອົງກອນຢູເນສໂກ ເຊິ່ງມີຕົ້ນໄມ້ນີ້ເປັນສັນຍະລັກອັນສຳຄັນທີ່ຖືກຖ່າຍພາບຫຼາຍທີ່ສຸດໃນອັງກິດ ແລະ ຍັງເປັນທີ່ຮູ້ຈັກຂອງຄົນທົ່ວໂລກ ຈາກການປາກົດໃນຮູບເງົາຊື່ດັງຫຼາຍໆເລື່ອງ.

ແຫຼ່ງຂ່າວ ABC Australia

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...