spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບພໍ່ບ້າກາມຂົ່ມຂືນລູກສາວຕົນເອງ ຈົນຖືພາໄດ້ 6 ເດືອນ

ຈັບພໍ່ບ້າກາມຂົ່ມຂືນລູກສາວຕົນເອງ ຈົນຖືພາໄດ້ 6 ເດືອນ

Published on

ອີງຕາມເວັບໄຊຂ່າວໜັງສືພິມຄວາມສະຫງົບ ລາຍງານເມື່ອວັນທີ 31 ພຶດສະພາ 2018 ວ່າ ມີເຫດການຂົ່ມຂືນທໍາສຳເລົາຢູ່ເມືອງ ປາກລາຍ ແຂວງໄຊຍະບູລີ ໂດຍແມ່ນຜູ້ເປັນພໍ່ຂົ່ມຂືນລູກສາວຄີງຕົວເອງ ອາຍຸ 16 ປີ ຈົນມີລູກໃນທ້ອງໄດ້ 6 ເດືອນ ຄວາມລັບຈຶ່ງເປີດເຜີຍ, ແລ້ວການຈັດຕັ້ງບ້ານໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອນໍາຕົວໄປດໍາເນີນຄະດີ ຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງປາກລາຍ ໃຫ້ຮູ້ ວ່າ: ໃນວັນທີ 28 ມີນາ 2018, ໄດ້ຮັບແຈ້ງຄວາມຈາກອໍານາດການປົກ ຄອງບ້ານພາຍໃນເມືອງວ່າ: ມີເຫດການຜູ້ເປັນພໍ່ໄດ້ທຳສຳເລົາລູກສາວຄີງຕົນເອງ ຈົນເຮັດໃຫ້ລູກສາວຖືພາໄດ້ 6 ເດືອນ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ໄປກວດກາເບິ່ງຄອບຄົວທີ່ເຄາະຮ້າຍດັ່ງກ່າວ ເຫັນວ່າມີຄວາມຈິງ, ຈຶ່ງໄດ້ຈັບຕົວຜູ້ກໍ່ ເຫດ ຊື່ ທ້າວ ແມ້ວ ອາຍຸ 38 ປີ.

ຜ່ານການສອບສວນ, ທ້າວ ແມ້ວ ຮັບສາລະພາບວ່າ: ໃນໄລຍະ ປີ 2002 ຕົນເອງໄດ້ສ້າງຄອບຄົວກັບ ນາງ ວອນ ອາຍຸ 36 ປີ ຢູ່ ເມືອງປາກລາຍຢ່າງຖືກຕ້ອງຕາມຮີດຄອງປະເພນີ, ມີລູກຮ່ວມກັນ 3 ຄົນ ຍິງ 2 ຄົນ; ເຊິ່ງຕະຫຼອດ ໄລຍະ 10 ກວ່າປີຜ່ານມາ, ພາຍໃນຄອບຄົວໄດ້ດໍາລົງຊີວິດຢູ່ຮ່ວມກັນດ້ວຍຄວາມອົບອຸ່ນ. ໃນໄລຍະເດືອນຕຸລາ 2017, ລູກ-ເມຍ ຕ່າງຄົນຕ່າງອອກໄປວຽກຂອງໃຜລາວ, ຍັງເຫຼືອແຕ່ລູກສາວກົກຢູ່ເຮືອນກັບຕົນ. ພໍຮອດຕອນ ສວາຍຂອງມື້ເກີດເຫດ, ລູກສາວ ຊື່ ນາງ ຫຼ້າ (ນາມສົມມຸດ) ໄດ້ນອນຫຼັບຢູ່ເຮືອນ, ໃນລະຫວ່າງນັ້ນຕົນເອງຫຼຽວ ເຫັນລູກສາວນອນຫຼັບຢູ່ ຈຶ່ງເກີດມີອາລົມທາງເພດ ແລ້ວຍ່າງເຂົ້າໄປນອນກອດລູກສາວທີ່ກໍາລັງນອນຫຼັບ; ເວລາ ນັ້ນ, ນາງ ຫຼ້າ ໄດ້ຮູ້ສຶກຕົວຂຶ້ນມາ ແຕ່ບໍ່ປາກ-ບໍ່ເວົ້າຫຍັງ ເມື່ອໄດ້ໂອກາດກໍ່ລົງມືທຳສຳເລົາຈົນສໍາເລັດ. ຈາກຄັ້ງ ທໍາອິດແລ້ວ, ກໍມີຄັ້ງທີ 2, ຄັ້ງທີ 3 ເລື້ອຍໆມາ, ຈົນທ້ອງ ຂອງລູກສາວໃຫຍ່ຂຶ້ນຜິດປົກກະຕິ, ຜູ້ເປັນເມຍ ແລະ ຍາດພີ່ນ້ອງ ຈຶ່ງສົງໄສແລ້ວຊັກຖາມ ນາງ ຫຼ້າ. ຈາກນັ້ນ, ນາງ ຫຼ້າ ຈຶ່ງໄດ້ເລົ່າຄວາມຈິງສູ່ແມ່ ແລະ ຍາດພີ່ນ້ອງຟັງ ແລ້ວຈຶ່ງເຂົ້າແຈ້ງ ຄວາມຕໍ່ອໍານາດການປົກຄອງບ້ານ ໄປແຈ້ງຕໍ່ເຈົ້າໜ້າທີ່ຕໍາຫຼວດ ເພື່ອຈັບຕົວຜູ້ເປັນພໍ່ມາດໍາ ເນີນຄະດີຕາມກົດໝາຍ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງປາກລາຍ ໄດ້ມອບຕົວຜູ້ຖືກຫາໃຫ້ກັບ ພະແນກຕໍາຫຼວດສືບ ສວນ-ສອບສວນຄະດີ ອາຍາ ປກສ ແຂວງໄຊຍະບູລີ ເພື່ອສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງສານ ຕັດສິນຕາມລະບຽບກົດໝາຍ.

ຂ່າວຈາກ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...