ຈັບຜູ້ຖືກຫາກໍ່ເຫດລະເບີດເຮືອບິນ ເຮັດໃຫ້ມີຄົນເສຍຊີວິດ 270 ຄົນ

0
818

ຊາຍສັນຊາດລິເບຍ ຖືກກ່າວຫາວ່າ ເປັນຄົນເຮັດລະເບີດທີ່ໃຊ້ໃນການໂຈມຕີຖ້ຽວບິນແພນແອັມ 103 ເມື່ອ 34 ປີກ່ອນ ຖືກຄຸມຂັງໃນອາເມຣິກາແລ້ວ.

Lockerbie bombing suspect in US custody - BBC News

ວັນທີ 11 ທັນວາ 2022 ສຳນັກຂ່າວ euronews ໄດ້ລາຍງານວ່າ: ໄດ້ຄຸມຂັງ ທາ້ວ ອາບູ ອາກິລາ ມາຊຸດ ສັນຊາດລິເບຍ ຜູ້ຖືກກ່າວຫາເປັນຄົນເຮັດລະເບີດທີ່ໃຊ້ໃນການໂຈມຕີເຮືອບິນໂບອິ້ງ 747 ຖ້ຽວບິນແພນແອັມ 103 (Pan Am) ເໜືອ ເມືອງລັອກເຄີບີ ປະເທດອັງກິດ ໃນວັນທີ 21 ທັນວາ ປີ 1988 ຈົນເຮັດໃຫ້ມີຜູ້ເສຍຊີວິດ 270 ຄົນ.

Lockerbie plane bombing suspect taken into U.S. custody | Cyprus Mail

ໄອຍະການສະກັອດແລນ (COPFS) ໄດ້ເປີດເຜີຍເລື່ອງດັ່ງກ່າວ ກ່ອນທີ່ຈະມີລາຍງານວ່າ ທາ້ວ ອາບູ ຖືກກຸ່ມຕິດອາວຸດໃນລິເບຍລັກພາໂຕ ເຮັດໃຫ້ເກີດຂ່າວລືວ່າ ລາວກຳລັງຖືກສົ່ງໂຕໃຫ້ເຈົ້າໜ້າທີ່ ສ.ອາເມຣິກາ ເຊິ່ງເມື່ອ 2 ປີກ່ອນຕັ້ງຂໍ້ຫາ ທາ້ວ ອາບູ ຖານມີບົດບາດສຳຄັນໃນການໂຈມຕີຖ້ຽວບິນ ແພນແອັມ 103.

ໂຄສົກກະຊວງຍຸຕິທຳ ສ.ອາເມຣິກາ ກ່າວວ່າ ທາ້ວ ອາບູ ອາກິລາ ມາຊຸດ ຈະຖືກນຳໂຕຂຶ້ນສານລັດຖະບານກາງໃນກຸງວໍຊິງຕັນ.

ທັ້ງນີ້ ເຮືອບິນແພນແອັມ 103 ຖືກລະເບີດ ໃນຂະນະທີ່ເດີນທາງຈາກກຸງລອນດອນ ປະເທດອັງກິດ ໄປຫານະຄອນນິວຢອກ ປະເທດອາເມຣິກາ  ເປັນເຫດໃຫ້ມີຜູ້ໂດຍສານ ແລະ ລູກເຮືອເສຍຊີວິດທັງໝົດ 259 ຄົນ ນອກນັ້ນເສດສາກຂອງເຮືອບິນ ຍັງໄດ້ຕົກລົງມາໃສ່ປະຊາຊົນເມືອງລັອກເຄີບີ ທີ່ຢູ່ພື້ນດິນເສຍຊີວິດຕື່ມອີກ 11 ຄົນ ຖືເປັນການໂຈມຕີຈາກກໍ່ການຮ້າຍ ທີ່ມີຄົນເສຍຊີວິດຫຼາຍທີ່ສຸດໃນອັງກິດ.