spot_img
Homeຂ່າວຕ່າງປະເທດGordon Ramsay ຍົກໃຫ້ອາຫານລາວ-ຫວຽດນາມເປັນອາຫານທີ່ແຊບທີ່ສຸດ

Gordon Ramsay ຍົກໃຫ້ອາຫານລາວ-ຫວຽດນາມເປັນອາຫານທີ່ແຊບທີ່ສຸດ

Published on

Gordon Ramsay ເປັບເຊັຟຊື່ດັງສັນຊາດອັງກິດ ໄດ້ກ່າວຍົກຍ້ອງໃນລະຫວ່າງການໃຫ້ສຳພາດຊ່ອງຢູທູບແຫ່ງໜຶ່ງວ່າ ປະເທດທີ່ເຊັຟມັກ ແລະ ຍ້ອງວ່າອາຫານແຊບເປັນອັນດັບທຳອິດແມ່ານລາວ ຕໍ່ມາແມ່ນຫວຽດນາມ.

ໃນລະຫວ່າງການເດີນທາງໄປຫາກຸງໂຊລ ປະເທດເກົາຫຼີໃຕ້ ເພື່ອເປີດຮ້ານ Gordon Ramsay Street Pizza ໃນເດືອນແລ້ວນີ້ Gordon Ramsay ເປັນເຊັຟຊື່ດັງສັນຊາດອັງກິດ ເຈົ້າຂອງລາງວັນດາວມິຊ໌ລິນ 15 ດວງ ເປັນຜູ້ທີ່ມີຊື່ສຽງທາງດ້ານອາຫານ ໄດ້ໃຫ້ສຳພາດຕໍ່ Cho Seung-yeon ເຊິ່ງເປັນ Youtuber ເກົາຫຼີໃຕ້ ໄດ້ຖາມວ່າ “ສະຖານທີ່ໃດເປັນຈຸດໝາຍປາຍທາງດ້ານອາຫານອັນດັບທີ 1?”

ເຊິ່ງເຊັຟ Gordon Ramsay ກໍໄດ້ຕອບວ່າ ວັນດັບ 1 ແມ່ນ ລາວ ຕໍ່ມາແມ່ນຫວຽດນາມ ແລະ ກຸງມາດຣິດ ປະເທດແອັດສະປາຍ ຕາມລຳດັບ.

ເຊັຟກໍໄດ້ກ່າວວ່າ ຕົນເອງຫາກໍກັບມາຈາກປະເທດລາວ ແລະ ໄດ້ເດີນທາງໄປຫຼາຍແຂວງໃນລາວ ໃນນັ້ນກໍມີເຂດຊົນນະບົດ ແລະ ບໍ່ແມ່ນແຫຼ່ງທ່ອງທ່ຽວ ເຊິ່ງອາຫານພື້ນເມືອງເຫຼົ່ານັ້ນແຊບຫຼາຍ ແລະ ເປັນ “ທີ່ສຸດ” ສຳລັບເຊັຟ.

ໃນຕອນທ້າຍ ເຊັຟ Gordon Ramsay ຍັງມາສະຫຼຸບຢ່າງໜັກແໜ້ນຕື່ມອີກວ່າ ອັນດັບ 1 ຂອງເມືອງແຫ່ງອາການສຳລັບເຊັຟໃນຕອນນີ້ຄື “ປະເທດລາວ” ເທົ່ານັ້ນ.

ແຫຼ່ງຂ່າວ Nextshark

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...