spot_img
Homeມຸມຂ່າວ AECຈັດອັນດັບປະເທດທີ່ເກັ່ງພາສາອັງກິດຫຼາຍທີ່ສຸດໃນອາຊຽນ

ຈັດອັນດັບປະເທດທີ່ເກັ່ງພາສາອັງກິດຫຼາຍທີ່ສຸດໃນອາຊຽນ

Published on

ຕາມຂ່າວຕ່າງປະເທດລາຍງານວ່າພາສາອັງກິດຖືວ່າເປັນພາສາສາກົນທີ່ທົ່ວໂລກນຳໃຊ້ນອກຈາກນີ້ຍັງຖືກກຳນົດໃຫ້ເປັນພາສາກາງທີ່ໃຊ້ສຳລັບການສື່ສານລະຫວ່າງ 10 ປະເທດອາຊຽນນີ້ເປັນເຫດຜົນຫຼັກທີ່ເປີດປະຊາຄົມອາຊຽນແຕ່ລະປະເທດໃຫ້ຄວາມສຳຄັນ ແລະ ມີຄວາມຕື່ນຕົວດ້ານທັກສະຄວາມຮູ້ຄວາມສາມາດໃນເລື່ອງພາສາອັງກິດຂອງແຕ່ລະຄົນໃນແຕ່ລະປະເທດ. ຫຼ້າສຸດມີການສຳຫຼວດຫນຶ່ງທີ່ຫນ້າສົນໃຈຂອງອີເອັຟໃນປີ 2015 ໃນ 72 ປະເທດທົ່ວໂລກຈຳນວນກວ່າ 9 ແສນຄົນ ໃນເລື່ອງທັກສະຄວາມຮູ້ທາງດ້ານພາສາອັງກິດເຊິ່ງຂໍ້ມູນທີ່ອອກມາປະກົດວ່າປະເທດທີ່ມີຄວາມຮູ້ຄວາມສາມາດດ້ານພາສາອັງກິດທີ່ດີເດັ່ນທີ່ສຸດອັນດັບ 1 ເປັນຂອງປະເທດໂຮນລັງ, ອັນດັບ 2 ປະເທດເດນມາກ ແລະ ອັນດັບ 3 ປະເທດສະວິດເຊີແລນ.

ນອກຈາກນີ້ຜົນການສຳຫຼວດ 19 ປະເທດໃນອາຊີປະກົດວ່າປະເທດທີ່ເກັ່ງພາສາອັງກິດຫຼາຍທີ່ສຸດໃນອາຊຽນອັນດັບ 1 ແມ່ນປະເທດສິງກະໂປ, ອັນດັບ2 ມາເລເຊຍ, 3. ຟິລິບປິນ, 4. ສສ ຫວຽດນາມ, 5. ອິນໂດເນເຊຍ, 6. ໄທ, 7. ກຳປູເຈຍ ແລະ ອັນດັບທີ 8 ແມ່ນ ສປປ ລາວ.

ການສຳຫຼວດອີເອຟມີໄລຍະສຳຄັນຕົ້ນຕໍທີ່ສະທ້ອນໃຫ້ເຫັນຄືພາສາອັງກິດເປັນອົງປະກອບສຳຄັນທີ່ເຮັດໃຫ້ຊີວິດທີ່ດີຂຶ້ນການມີທັກສະພາສາອັງກິດທີ່ດີຈະເຮັດໃຫ້ມີລາຍໄດ້ເພີ່ມສູງຂຶ້ນ ແລະ ຄຸນນະພາບຊີວິດກໍ່ຈະດີຂຶ້ນ.

 

ທີ່ມາຈາກ: unader.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...